logo

80% ວິ​ສາ​ຫະ​ກິດ​ເອີ​ຣົບ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ຂອງ ຫວຽດ​ນາມ ໃນ 5 ປີ ຈະ​ມາ​ເຖິງ

2025/10/14 | 11:29:49
(VOVWORLD) - ການປົວແປງຢ່າງແຮງໃນຈິດຕະສາດວິສາຫະກິດ ແມ່ນ 1 ໃນບັນດາຈຸດທີ່ໜ້າສົນໃຈ ເມື່ອມີວິສາຫະກິດ ເອີຣົບ ເຖິງ 80% ເຂົ້າຮ່ວມການສຳຫຼວດໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງໃນ 5 ປີຈະມາເຖິງຂອງ ຫວຽດນາມ.
ດັດຊະນີການດຳເນີນທຸລະກິດຜ່ານແຕ່ລະໄຕມາດ (ພາບ: EuroCham)

ໄຕມາດ III/2025 ຮັບຮູ້ວ່າ ມີຄວາມເຊື່ອໝັ່ນຢ່າງຈະແຈ້ງໃນປະຊາຄົມວິສາຫະກິດ ເອີຣົບ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ດ້ວຍເລື່ອງ ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ເພີ່ມຂຶ້ນ 66,5 ຄະແນນ. ຄະແນນດັ່ງກ່າວຜ່ານຜ່າລະດັບທີ່ໄດ້ຮັບຮູ້ກ່ອນໄລຍະ ອາເມລິກາ ຈັດວາງອັດຕາພາສີສົມທົບ ແລະ ບັນລຸລະດັບສູງສຸດໃນ 3 ປີຜ່ານມາ. ນີ້ແມ່ນຂໍ້ມູນໃນບົດລາຍງານ BCI ໄຕມາດ III/2025 ໂດຍສະຫະສະມາຄົມວິສາຫະກິດເອີຣົບ ປະຈຳ ຫວຽດນາມ (EuroCham) ປະກາດໃນວັນທີ 14 ຕຸລາ.

        ທ່ານປະທານ EuroCham Bruno Jaspaert ໃຫ້ຮູ້ວ່າ ການປົວແປງຢ່າງແຮງໃນຈິດຕະສາດວິສາຫະກິດ ແມ່ນ 1 ໃນບັນດາຈຸດທີ່ໜ້າສົນໃຈ ເມື່ອມີວິສາຫະກິດ ເອີຣົບ ເຖິງ 80% ເຂົ້າຮ່ວມການສຳຫຼວດໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງໃນ 5 ປີຈະມາເຖິງຂອງ ຫວຽດນາມ ແລະ 76% ໃຫ້ຮູ້ວ່າ ເຂົາເຈົ້າ ຈະແນະນຳ ຫວຽດນາມ ຄືດັ່ງຈຸດນັດພົບແຫ່ງການລົງທຶນ.

        ບົດລາຍງານ BCI ໄຕມາດທີ III ບໍ່ພຽງແຕ່ສ່ອງແສງເຖິງສະພາບການເສດຖະກິດມະຫາພາກເທົ່ານັ້ນ ຫາກຍັງຮັບຮູ້ບັນດາການຫັນປ່ຽນທີ່ມີລັກສະນະໂຄງປະກອບທີ່ພວມໄດ້ຮັບການກຳນົດຄືນໃໝ່ ໃນສະພາບການດຳເນີນທຸລະກິດຢູ່ ຫວຽດນາມ.

TAG
VOV/VOVworld/ວິ​ສາ​ຫະ​ກິດ​ເອີ​ຣົບ/ການ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ