logo

​ADB: ຫວຽດ​ນາມ ຕ້ອງ​ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ຈາກ​ການ​ລົງ​ທຶນ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ

2025/11/4 | 09:28:35
(VOVWORLD) - ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການບໍລິໂພກຢູ່ພາຍໃນປະເທດແມ່ນຂໍ້ກຸນແຈຊ່ວຍໃຫ້ ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ. 
ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ (ພາບ: VGP)

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບສະພາບການເສດຖະກິດ ຫວຽດນາມ ໃນປັດຈຸບັນ, ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງສ້າງກຳລັງໜູນເຕີບໂຕໃໝ່ຈາກການລົງທຶນພາກລັດ ແລະ ພາກເອກະຊົນ. ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການບໍລິໂພກຢູ່ພາຍໃນປະເທດແມ່ນຂໍ້ກຸນແຈຊ່ວຍໃຫ້ ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ. ທ່ານ Shantanu Chakraborty ໃຫ້ຮູ້ວ່າ ໃນບົດລາຍງານຫຼ້າສຸດ, ADB ໄດ້ຄາດຄະເນລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2025 ຈະເພີ່ມໜ້ອຍໜຶ່ງ ແຕ່ 6,6% ຂຶ້ນເປັນ 6,7%. ບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນໃນ 6 ເດືອນຕົ້ນປີ 2025, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕ GDP ດີທີ່ສຸດແມ່ນ 7,5%, ສ່ວນຫຼາຍແມ່ນຍ້ອນຍູ້ແຮງບັນດາກິດຈະກຳທີ່ກ່ຽວຂ້ອງເຖິງການຄ້າ, ການສົ່ງອອກ, ກ່ອນທີ່ນະໂຍບາຍພາສີອາກອນຂອງ ອາເມລິກາ ມີຜົນສັກສິດໃນເດືອນສິງຫາຜ່ານມາ. ນອກຈາກນັ້ນ, ການຜະລິດ, ການທ່ອງທ່ຽວ ແລະ ບັນດາການບໍລິການອື່ນລ້ວນແຕ່ມີໂອກາດເຕີບໂຕຫຼາຍພໍສົມຄວນ.

ທ່ານ Shantanu Chakraborty ຖືວ່າ ໃນໄລຍະສັ້ນ, ຫວຽດນາມ ຕ້ອງໃຫ້ບຸລິມະສິດແກ່ການລົງທຶນພາກລັດ. ລັດຖະບານຕ້ອງມີນະໂຍບາຍປີການເງິນທີ່ຂະຫຍັນຂັນເຄື່ອນ, ເພີ່ມທະວີການໃຊ້ຈ່າຍສາທາລະນະໃຫ້ແກ່ບັນດາຂົງເຂດສັງຄົມເພື່ອຊ່ວຍເຫຼືອຜູ້ມີຄວາມສ່ຽງສູງກວ່າເພິ່ນ, ພ້ອມທັງເພີ່ມທະວີຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດ
TAG
VOV/VOVworld/ທະນາຄານພັດທະນາ ອາຊີ/ການ​ລົງ​ທຶນ​ພາກ​ລັດ/ພາກ​ເອ​ກະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ