logo

ADB: ຫວ​ຽດ​ນາມ ພວມ​ມີ​ຄວາມສະ​ດວກຫຼາຍ​ຢ່າງ​ເພື່ອ​ບຸ​ກ​ທະ​ລຸ ແລະ ບືນ​ຕົວ​ຂຶ້ນ

2026/1/20 | 08:21:40
(VOVWORLD) -  ທ່ານ Shantanu Chakraborty  ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມຖືວ່າ ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການເຕີບໂຕເສດຖະກິດ.
ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມ
  (ພາບ: ADB)

ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມ ເນັ້ນໜັກວ່າບັນດາການປະຕິຮູບເຊິ່ງ ຫວຽດນາມ ພວມຜັນຂະຫຍາຍແມ່ນການປະຕິຮູບໃຫຍ່ທີ່ສຸດນັບແຕ່ໄລຍະປ່ຽນແປງໃໝ່ມາຮອດປັດຈຸບັນ ແລະ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍໂອກາດເພື່ອບຸກທະລຸຢ່າງແຮງ. ທ່ານ Shantanu Chakraborty ຖືວ່າ ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການເຕີບໂຕເສດຖະກິດ, ທ່ານ ເນັ້ນໜັກວ່າ:

ຫວຽດນາມ ຍັງມີຫຼາຍໂອກາດໃນປີ 2026, ພິເສດເມື່ອແຜນການພັດທະນາໄລຍະ 5 ປີຕໍ່ໄປ ຄາດວ່າຈະຜັນຂະຫຍາຍນັບແຕ່ນີ້. ປີ 2026 ມີຄວາມໝາຍສຳຄັນພິເສດ, ເມື່ອຫວຽດນາມ ກ້າວເຂົ້າສູ່ສະໄໝການເມືອງທີ່ຟົດຟື້ນ, ດ້ວຍກອງປະຊຸມໃຫຍ່ຂອງພັກ ແລະ ການບູລະນະກົງຈັກສະພາແຫ່ງຊາດໃໝ່. ພວກເຮົາພວມກ້າວເຂົ້າສູ່ໄລຍະຂະຫຍັນຂັນເຄື່ອນທີສຸດຂອງສະໄໝການເມືອງ ແລະ ສິ່ງນັ້ນກໍ່ຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ ກໍ່ຄືກຳລັງໜູນບໍລິຫານຂອງລັດຖະບານ. ຂ້າພະເຈົ້າມຫວັງວາ ທ່າປະຕິຮູບ ແລະ ການພັດທະນາຢ່າງຕັ້ງໜ້ານີ້ ຈະສືບຕໍ່ໄດ້ຮັກສາໄວ້ໃນປີ 2026 ແລະ ໃນຊຸມປີຕໍ່ໄປ, ເມື່ອຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

TAG
VOV/VOVworld/ADB/ຫວຽດ​ນາມ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ