logo

ADMM-19: ສາ​ມັກ​ຄີ ອ​າຊຽນ ເພື່ອ​ຄວາມ​ໝ​ັ້ນ​ຄົງ ແລະ ວັດ​ທະ​ນາ​ຖາ​ວອນ

2025/10/31 | 09:55:04
(VOVWORLD) - ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1....

(ພາບ: qdnd.vn)

     ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 19 (ADMM-19)  ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ຕຸລາ ຢູ່ນະຄອນຫຼວງ Kuala Lumpur, Malaysia, ໂດຍພາຍໃຕ້ການເປັນປະທານຂອງທ່ານ Mohamed Khaled Nordin, ລັດຖະມົນຕີ ກະຊວງປ້ອງກັນປະເທດ Malaysia. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ, ເຂົ້າຮ່ວມ ADMM-19, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເມດ ອາຊຽນ ເປີດກ້ວາງ ຄັ້ງທີ 12 (ADMM+) ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ຊື່ງດຳເນີນແຕ່ວັນທີ 30 ຕຸລາ-ວັນທີ 2 ພະຈິກ.

(ພາບ: qdnd.vn)

      ທີ່ກອງປະຊຸມ ADMM-19, ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1; ຈັດການຝຶກຊ້ອມການເດີນທະເລ ອາຊຽນ+1 ແລະ ເຫັນດີຕໍ່ໂຄງການດຳເນີນງານຂອງກອງປະຊຸມ ADMM+ ຄັ້ງທີ 12. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຫົວເລື່ອງສະເພາະ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຜັນຂະຫຍາຍແຜນການຍຸດທະສາດປະຊາຄົມການເມືອງ-ການປ້ອງກັນຄວາມສະຫງົບ ອາຊຽນ ຂອງວິໄສທັດ ອາຊຽນ 2045 ແລະ ຖະແຫຼງການຮ່ວມ Kuala Lumpur ຂອງ ADMM ກ່ຽວກັບ ອາຊຽນ ແຫ່ງສາມັກຄີເພື່ອຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

TAG
VOV/VOVworld/ADMM-19: ສາ​ມັກ​ຄີ ອ​າຊຽນ ເພື່ອ​ຄວາມ​ໝ​ັ້ນ​ຄົງ ແລະ ວັດ​ທະ​ນາ​ຖາ​ວອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ