logo

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

2025/12/27 | 05:42:12
(VOVWORLD) - ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ
(ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ)

ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ຫວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫງວຽນຊິນເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເນື້ອໃນ ຂຶ້ນກັບຄະນະກຳມະການແຫ່ງຊາດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2027).

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ, ຫົວໜ້າຮ່ວມອະນຸກຳມະການເນື້ອໃນ, ເນັ້ນໜັກວ່າ:

“ພວກເຮົາຕ້ອງກະກຽມເພື່ອໃຫ້ປີ APEC ບັນລຸຜົນສຳເລັດ, ດ້ວຍຫຼາຍຂໍ້ລິເລີມ, ຫຼາຍເນື້ອໃນ. ພວກເຮົາປຶກສາຫາລື 3 ວຽກງານຈຸດສຸມ: ທີ 1ແມ່ນສ້າງຄວາມດຸ່ນດ່ຽງດ້ານເນື້ອໃນ. ທີ 2, ສະເໜີໃຫ້ບັນດາກະຊວງ, ຂະແໜງການຍົກອອກຂໍ້ລິເລີມບົນຈິດໃຈຄວາມເປັນໄປໄດ້ສູງ ແລະ ພິເສດແມ່ນໃນສະພາບການຂອງປະເທດຊາດ. ທີ 3, ຈາກຈຸດນັ້ນ ພວກເຮົາຈະສາມາດສ້າງ ແລະ ຍົກອອກບັນດາເນື້ອໃນໃຫ້ແກ່ 2027 ແລະ ຊຸມປີຕໍ່ໄປຢ່າງສົມບູນ”.

ຕາມ ທ່ານນາງ ຫງວຽນມິງຮັ່ງ ແລ້ວ, ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື APEC ມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

TAG
VOV/VOVworld/​ຊຸກ​ຍູ້​/​ຮ່ວມ​ມື/APEC

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ