logo

ASEAN Bazaar ປະ​ຈຳ ເມັກ​ຊີ​ໂກ: ແຜ່​ກະ​ຈາຍ​ສີ​ສັນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ

2025/11/30 | 10:14:47
(VOVWORLD) - ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025.
ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ:  TTXVN)

ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ.  ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ.

TAG
VOV/VOVworld/ນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ/ASEAN Bazaar ປະ​ຈຳ ເມັກ​ຊີ​ໂກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ