logo

ASEAN Para Games 13: ປະເພດກິລາລອຍນ້ຳຂອງ ຫວຽດນາມ ຄວ້າໄດ້ຫຼຽນຄຳ 5 ຫຼຽນ

2026/1/21 | 11:20:54
(VOVWORLD) - ໃນການແຂ່ງຂັນພຽງແຕ່ເຄິ່ງມື້, ນັກກິລາລອຍນ້ຳຂອງ ຫວຽດນາມ ສາມາດຄວ້າໄດ້ຫຼຽນ 5 ຫຼຽນ.
ນັກກິລາ ວໍຮວິ່ງແອັງຄວາ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ
(ພາບ: laodong.vn)

        ວັນທີ 21 ມັງກອນ, ຄະນະນັກກິລາຄົນພິການ ຫວຽດນາມ ໄດ້ເລີ່ມແຂ່ງຂັນຢູ່ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13 (ASEAN Para Games 13) ທີ່ພວມຈັດຂຶ້ນຢູ່ ໄທ. ໃນການແຂ່ງຂັນພຽງແຕ່ເຄິ່ງມື້, ນັກກິລາລອຍນ້ຳຂອງ ຫວຽດນາມ ສາມາດຄວ້າໄດ້ຫຼຽນ 5 ຫຼຽນ.

        ໃນປະເພດກິລາລອຍນ້ຳເສລີ (freestyle) ຊາຍ 400ມ ສຳລັບຄົນພິການ S8, ນັກກິລາ ວໍຮວິ່ງແອັງຄວາ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ, ຫງວຽນວັນແຮ້ງ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນລອຍກົບຊາຍ 100ມ ສຳລັບຄົນພິການ SB11. ຫຼຽນຄຳທີ 3 ຂອງນັກກິລາ ນາງ ເຈືອງທິບິກ ໃນປະເພດກິລາລອຍກົບຍິງ 100ມ ສຳລັບຄົນພິການ SB4-5. ນັກກິລາ ນາງ ວີທິບິກຮັ່ງ ຄວ້າໄດ້ຫຼຽນຄຳທີ 4 ໃນປະເພດກິລາລອຍນ້ຳເສລີຍິງ 100ມ ສຳລັບຄົນພິການ S7. ຫຼຽນຄຳທີ 5 ແມ່ນຂອງ ນາງ ເລທິຢຸງ, ໃນປະເພດກິລາລອຍນ້ຳເສລີຍິງ 100ມ ສຳລັບຄົນພິການ S8.

TAG
VOV/VOVworld/​ຫຼຽນ​ຄຳ/​ທຳ​ອິດ/​ຄະ​ນະ​/ນັກ​ກິ​ລາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ