logo

Amazon ຈະໜູນຊ່ວຍ ຫວຽດນາມ ກາຍເປັນສູນສົ່ງອອກຜ່ານການຄ້າເອເລັກໂຕນິກຢູ່ ອາຊີຕາເວັນອອກສ່ຽງໃຕ້

2025/12/6 | 05:16:05
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ.
ທີ່ການຕ້ອນຮັບ
(ພາບ: GVP)

ຕອນບ່າຍວັນທີ 05 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ເລແທັ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Susan Pointer, ຮອງປະທານຜູ້ຮັບຜິດຊອບນະໂຍບາຍພາກລັດທົ່ວໂລກຂອງ Amazon, ກຸ່ມບໍລິສັດມີສຳນັກງານຕັ້ງຢູ່ ອາເມລິກາ.

ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ Amazon ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງຍາວນານ, ມີປະສິດທິຜົນຢູ່ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ.

ສ່ວນທ່ານນາງ Susan Pointer, ຢືນຢັນວ່າ ກຸ່ມບໍລິສັດ Amazon ຈະຮ່ວມມືຢ່າງຍາວນານກັບ ຫວຽດນາມ; ໜູນຊ່ວຍຍົກລະດັບຜະລິດຕະພັນ Made in Vietnam, ໜູນຊ່ວຍນຳ ຫວຽດນາມ ກາຍເປັນສູນສົ່ງອອກດ້ານການຄ້າເອເລັກໂຕນິກ ຢູ່ ອາຊີຕາເວັນອອກສ່ຽງໃຕ້.

TAG
VOV/VOVworld/ຮ່ວມ​ມື/ລົງ​ທຶນ/ດຳ​ເນີນ​ທຸ​ລະ​ກິດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ