logo

COP 30: ກວ່າ 30 ປະເທດປະຕິເສດເອກະສານແຜນຮ່າງຍ້ອນຂາດແຜນການຍົກເລີກເຊື້ອເພີງຟອກຊິວ

2025/11/22 | 07:01:00
(VOVWORLD) - ໃນຈົດໝາຍຄັດຄ້ານ, ບັນດາປະເທດມາຈາກ ເອີລົບ, ອາເມລິກາ ລາຕິນ, ອາຊີ ແລະ ຫຼາຍປະເທດເກາະ ປາຊີຟິກ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສາມາດຍອມຮັບໝາກຜົນ COP ທີ່ຂາດແຜນການໃຫ້ແກ່ການຫັນປ່ຽນພະລັງງານດ້ວຍຄວາມຍຸດຕິທຳ

ວັນທີ 21 ພະຈິກ, ກວ່າ 30 ປະເທດໄດ້ເຊັນໃນໜັງສືປະຕິເສດເອກະສານແຜນຮ່າງໂດຍປະເທດເຈົ້າພາບ ບຣາຊິນ ຍົກອອກມາ ທີ່ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ພວມຈັດຂຶ້ນຢູ່ນະຄອນ Belém.

ໃນໜັງສືຄັດຄ້ານ, ບັນດາປະເທດມາຈາກ ເອີລົບ, ອາເມລິກາ ລາຕິນ, ອາຊີ ແລະ ຫຼາຍປະເທດເກາະ ປາຊີຟິກ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສາມາດຍອມຮັບໝາກຜົນ COP ທີ່ຂາດແຜນການໃຫ້ແກ່ການຫັນປ່ຽນພະລັງງານດ້ວຍຄວາມຍຸດຕິທຳ ແລະ ເປັນລະບຽບ. ບັນດາປະເທດນີ້ກໍ່ຖືວ່າ ປະຈຸບັນຮ່າງມະຕິບໍ່ຕອບສະໜອງບັນດາມາດຕະຖານຂອງໝາກຜົນກອງປະຊຸມທີ່ໜ້າໄວ້ເນື້ອເຊື່ອໃຈ.

ຄາດວ່າ, COP 30 ຈະສິ້ນສຸດໃນຕອນຄ່ຳວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ແຕ່ເກີດເຫດໄຟໄໝ້ຢູ່ສະຖານທີ່ຈັດກອງປະຊຸມ ເຮັດໃຫ້ວາລະປຶກສາຫາລືໃນວັນທີ 20 ພະຈິກ ຕ້ອງສິ້ນສຸດລົງກ່ອນເວລາກຳນົດ.

TAG
VOV/VOVworld/​ຍອມຮັບ/​​ໝາກ​ຜົນ/COP/ແຜນການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ