logo

COP30 ໄຂ​ຂຶ້ນ​ຢູ່ ບ​ຣາ​ຊິນ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົ​ກ​ປັກ​ຮັກ​ສາ​ດິນ​ຟ້າອາ​ກາດ​ທົ່ວ​ໂລກ

2025/11/11 | 07:32:05
(VOVWORLD) - ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໄຂຂຶ້ນໃນວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Belem, ລັດ Para (ບຣາຊິນ), ພາຍຫຼັງທີ່ບັນດາປະເທດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ໂຄງການດຳເນີນງານ. 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ Belem ກ່ອນກອງປະຊຸມການປ່ຽນແປງດິນຟ້າອາກາດຂອງ ສປຊ ຢູ່ Belem,ບຣາຊິນ, ໃນວັນທີ 7/11/2025 (ພາບ: REUTERS/Adriano Machado)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Luiz Inácio Lula da Silva  ປະທານາທິບໍດີປະເທດເຈົ້າພາບ ຮຽກຮ້ອງຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດ, ພິເສດແມ່ນກ່ຽວກັບການເພີ່ມແຫຼ່ງການເງິນ ແລະ ຄ່ອຍໆຢຸດຕິການນຳໃຊ້ເຊື້ອເພີງຟອກຊິວ. ທ່ານ Lula ຢັ້ງຢືນວ່າ: “ວິກິດການດິນຟ້າອາກາດບໍ່ພຽງແຕ່ແມ່ນໄພນາບຂູ່ຕໍ່ອະນາຄົດເທົ່ານັ້ນ, ຫາກຍັງແມ່ນໂສກນາດຕະກຳໃນປັດຈຸບັນອີກດ້ວຍ”.

ໜຶ່ງໃນບັນດາເນື້ອໃນບັນດາຈຸດສຸມຂອງ COP30 ແມ່ນຄຳຮຽກຮ້ອງເພີ່ມແຫຼ່ງການເງິນເພື່ອດິນຟ້າອາກາດທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ, ແຕ່ 300 ຕື້ USD ຕໍ່ປີໃນປັດຈຸບັນຂຶ້ນເປັນ 1.300 ຕື້ USD ໃນປີ 2035, ຕາມແຜນການທີ່ໄດ້ເຫັນດີເປັນເອກະພາບຢູ່ COP29 ທີ່ Baku. ທ່ານ Simon Stiell ເລຂາທິການໃຫຍ່ ສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກ່າວເຕືອນວ່າ ບັນດາຄຳໝັ້ນສັນຍາໃນປັດຈຸບັນ “ບໍ່ທັນວ່ອງໄວຢ່າງພຽງພໍ” ເພື່ອສາມາດຫຼຸດຜ່ອນການປ່ອຍອາຍພິດໃນທົ່ວໂລກໄດ້.


 

TAG
VOV/VOVworld/COP30/ດິນ​ຟ້າ​ອາ​ກາດ/ບ​ຣາ​ຊິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ