logo

Concert Countdown 2026 - ເຂດງານບຸນຟົດຟື້ນຕ້ອນຮັບປີໃໝ່ຢູ່ແຂວງ ກວາງນິງ

2025/12/22 | 11:14:00
(VOVWORLD) - ປິ້ຂອງລາຍການສະແດງສິລະປະຈະໄດ້ແຈກໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງ.
ລາຍການສະແດງສິລະປະພິເສດຕ້ອນຮັບປີໃໝ່ 2026 ຈະໄດ້ສົມທົບເຕັກໂນໂລຊີແສງສີທັນສະໄໝ
(ພາບປະກອບ: baoquangninh.vn)
ໃນເວລາ 21 ໂມງ 30 ນາທີ ຂອງວັນທີ 31 ທັນວາ, ຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ, ແຂວງ ກວາງນິງ, ຈະຈັດລາຍການສະແດງສີລະປະຕ້ອນຮັບປີໃໝ່ - Concert Countdown 2026, ດ້ວຍຫົວຂໍ້ “ມີວິໄນ - ຮ່ວມຈິດຮ່ວມໃຈ, ສ້າງສັນອະນາຄົດ” ໂດຍແກ່ຍາວກາຍ 0 ໂມງຂອງວັນທີ 01 ມັງກອນ 2026, ຄາດວ່າ ລາຍການຈະດຶງດູດຜູ້ເຂົ້າຮ່ວມຊົມປະມານ 50.000 ຄົນ. 

        ລາຍການສະແດງສິລະປະພິເສດຕ້ອນຮັບປີໃໝ່ 2026 ຈະໄດ້ສົມທົບເຕັກໂນໂລຊີແສງສີທັນສະໄໝ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງ, ວົງການດົນຕີມີຊື່ສຽງ ກັບການຍິງບັ້ງໄຟດອກໄລຍະສູງ. ພິເສດ, ລາຍການຈະສ້າງຂີດໝາຍດ້ວຍການປະດິດຄິດສ້າງສິລະປະໃໝ່, ໃນນັ້ນມີບັນດາລາຍການສະແດງ  ແລະ ວິທີສະແດງທີ່ເປັນຄັ້ງທຳອິດໄດ້ເປີດຕົວອອກສູ່ສາຍຕາມະຫາຊົນ.

        ປິ້ຂອງລາຍການສະແດງສິລະປະຈະໄດ້ແຈກໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງ. ແຂວງ ກວາງນິງ ຫວັງວ່າ ເຫດການ Concert Countdown 2026 ຈະກາຍເປັນງານບຸນທີ່ມີຄວາມສິວິໄລ, ຟົດຟື້ນ, ປະກອບສ່ວນໂຄສະນາພາບພົດແຂວງ ກວາງນິງ ທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຊື່ອມໂຍງ - ແມ່ນຈຸດນັດພົບທີ່ດຶງດູດໃຈຂອງການທ່ອງທ່ຽວ, ວັດທະນະທຳ ແລະ ບັນດາເຫດການລະດັບພາກພື້ນ, ລະດັບຊາດ, ສາກົນ.

TAG
VOV/VOVworld/ນັກ​ສິ​ລະ​ປິນ/ນັກ​ຮ້ອງ/ວົງ​ການ​ດົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ