logo

ECB ສືບ​ຕໍ່​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ໄວ້​ຄື​ເກົ່າ

2025/10/31 | 10:28:01
(VOVWORLD) - ໃນສະພາບການໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ການເຕີບໂຕເປັນປົກກະຕິ, ທະນາຄານສູນກາງ ເອີຣົບ ( ECB) ໄດ້ຕັດສິນໃຈຮັກສາອັດຕາພາສີຢູ່ລະດັບ 2%, ລະດັບຕ່ຳທີ່ສຸດໃນຮອບເວລາກວ່າ 2 ປີຜ່ານມາ ແລະ ເໝາະສົມກັບແຫ່ຫວັງຂອງຕະຫຼາດ. 

ຂໍ້ຕົກລົງດັ່ງກ່າວໄດ້ສ້າງຂີດໝາຍເປັນຄັ້ງທີ 3 ຢ່າງຕໍ່ເນື່ອງທີ່ ECB ໄດ້ຮັກສາລະດັບອັດຕາພາສີ 2% ນັບແຕ່ເດືອນມິຖຸນາ. ວົງການນັກສັງເກດການຖືວ່າ ECB ຈະບໍ່ຟ້າວຟັງຍົກອອກບໍ່ວ່າການປ່ຽນແປງໃດໃນຊ່ວງເວລານີ້.

        ປັດຈຸບັນ, ເສດຖະກິດພາກພື້ນສະກຸນເງິນລວມ ເອີຣົບ (Eurozone) ພວມມີຄວາມໝັ້ນທ່ຽງຕໍ່ບັນດາຄວາມເຄັ່ງຕຶງທາງດ້ານການຄ້າທົ່ວໂລກ. ຕາມການຄາດຄະເນໃນເບື້ອງຕົ້ນຂອງອົງການສະຖິຕິ ເອີຣົບ ( Eurostat), ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ Eurozone  ເພີ່ມຂຶ້ນ 0,2% ໃນໄຕມາດທີ III ປີ 2025 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ໄພເງິນເຟີ້ຂອງໄຕມາດທີ III ປະມານແຕ່ 2 – 2,2%, ໃກ້ກັບລະດັບເປົ້າໝາຍ 2%.

        ໂດຍບໍ່ຫົວຊາຕໍ່ເລື່ອງ ເອີຣົບ ຕ້ອງປະເຊີນໜ້າກັບຄວາມກົດດັນຈາກພາສີອາກອນຂອງ ອາເມລິກາ ແລະ ການປະທະກັນຢູ່ ຢູແກຼນ, ທ່ານນາງ Christine Lagarde ປະທານທະນາຄານ ECB  ແລະ ບັນດາເຈົ້າໜ້າທີ່ອື່ນໆຂອງທະນາຄານນີ້ ຍັງໃຫ້ຂໍ້ສັງເກດວ່າ ນະໂຍບາຍເງິນຕາຂອງ Eurozone ພວມຢູ່ໃນ “ທີ່ຕັ້ງທີ່ດີ”.

TAG
VOV/VOVworld/ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ/ອັດ​ຕາ​ດອກ​ເບ້ຍ/​ທະ​ນາ​ຄານ ECB

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ