logo

ECB ຮັກ​ສາ​ດອກ​ເບ້ຍ​ຄື​ເກົ່າ, ຍົກ​​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ Eurozone ຂຶ້ນ

2025/12/19 | 10:02:59
(VOVWORLD) - ECB ຍັງຮັກສາລະດັບອັດຕາດອກເບ້ຍເງິນຝາກແມ່ນ 2% ນັບແຕ່ເດືອນກໍລະກົດ ຍ້ອນລະດັບເງິນເຟີ້ຂອງ Eurozone ມີຄວາມເປັນປົກກະຕິຢູ່ລະດັບ 2% ເຊິ່ງ ECB ໄດ້ຍົກອອກມາກ່ອນນັ້ນ.

ວັນທີ 18 ທັນວາ, ທະນາຄານກາງ ເອີລົບ (ECB) ຕັດສິນໃຈຮັກສາບັນດາອັດຕາດອກເບ້ຍຫຼັກແຫຼ່ງຄືເກົ່າ, ພ້ອມທັງ ຍົກການຄາດຄະເນລະດັບການເຕີບໂຕເສດຖະກິດໃນພາກພື້ນນຳໃຊ້ສະກຸນເງິນ euro (Eurozone) ໃນປີ 2025 ແລະ ຊຸມປີຕໍ່ໄປຂຶ້ນ. ຕາມນັ້ນແລ້ວ, ECB ຍັງຮັກສາລະດັບອັດຕາດອກເບ້ຍເງິນຝາກແມ່ນ 2% ນັບແຕ່ເດືອນກໍລະກົດ ຍ້ອນລະດັບເງິນເຟີ້ຂອງ Eurozone ມີຄວາມເປັນປົກກະຕິຢູ່ລະດັບ 2% ເຊິ່ງ ECB ໄດ້ຍົກອອກມາກ່ອນນັ້ນ ແລະ ພື້ນຖານເສດຖະກິດ ເອີລົບ ຖືກຜົນກະທົບຈາກບັນດາມາດຕະການພາສີອາກອນຂອງ ອາເມລິກາ ຕ່ຳກວ່າເມື່ອທຽບໃສ່ກັບການຄາດຄະເນເບື້ອງຕົ້ນ. ພ້ອມກັນນັ້ນ, ECB ກໍ່ໄດ້ດັດປັບເພີ່ມການຄາດຄະເນການເຕີບໂຕເສດຖະກິດຂອງ Eurozone ຂຶ້ນ 1,2% ໃນປີຈະມາເຖິງ ແລະ ໄພເງິນເຟີ້ຄາດວ່າຈະຢູ່ລະດັບ 1,9%.

TAG
VOV/VOVworld/ECB/Eurozone

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ