logo

EU ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ກຸ່ມ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ຈຸດ​ສຸມ

2025/11/5 | 07:53:01
(VOVWORLD) - ວັນທີ 4 ພະຈິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາ ແຜນການເປີດກວ້າງສະຫະພາບເອີຣົບ (EU) ປີ 2025. ນີ້ໄດ້ຮັບຖືວ່າແມ່ນການຕີລາຄາຢ່າງຮອບດ້ານໃນຮອບເວລາ 12 ເດືອນຜ່ານມາ. ບົດລາຍງານປີນີ້ ຢັ້ງຢືນວ່າ ວິວັດທະນາການເປີດກວ້າງສືບຕໍ່ແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງສະຫະພາບເອີຣົບ.
(ພາບປະກອບ: REUTERS)

ຕາມ EC ແລ້ວ, ເລື່ອງເປີດກວ້າງສະຫະພາບ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດໃນການປັບປຸງທີ່ຕັ້ງຂອງ ເອີຣົບ ໃນເວທີສາກົນ ອີກດ້ວຍ. ຄະນະກຳມະການເນັ້ນໜັກວ່າ ຄວາມຢຶດໝັ້ນ ແລະ ວິທີການສຳຜັດອີງໃສ່ຜົນງານອັນແທດຈິງຂອງແຕ່ລະຄູ່ຮ່ວມມືນັ້ນ ຈະແມ່ນປັດໄຈແກ່ນສານເພື່ອຮັບປະກັນໃຫ້ແກ່ວິວັດທະນາການເຂົ້າຮ່ວມກຸ່ມຢ່າງສຳເລັດຜົນ ແລະ ຍືນຍົງ. ປັດຈຸບັນ, ມີປະເທດ Montenegro, Albania, Ukraine (ຢູແກຼນ), Cộng hòa Moldova (ສ.ໂມນໂດວາ), Serbia, North Macedonia (ມາເຊດວນ ເໜືອ), Bosnia & Herzegovina (ບົດສນີ ແຮກເຊໂກວີນາ), Kosovo, ຕວັກກີ ແລະ Gruzia ໄດ້ຮັບຖືວ່າແມ່ນບັນດາຄູ່ຮ່ວມມືຈຸດສຸມ ພວມຫຍັບມໍ່ເຂົ້າໃກ້ກັບ EU ເທື່ອລະກ້າວ.

ທ່ານນາງ Ursula von der Leyen ປະທານ EC ຢັ້ງຢືນວ່າ EU ຕັດສິນໃຈຫັນວິວັດທະນາການເປີດກວ້າງສະຫະພາບໃຫ້ປະກົດຜົນເປັນຈິງ, ຖືນີ້ແມ່ນບາດກ້າວທີ່ຈຳເປັນເພື່ອສ້າງເອີຣົບ ເຂັ້ມແຂງກວ່າ ແລະ ມີຜົນກະທົບໃຫຍ່ກວ່າໃນເວທີສາກົກ.


TAG
VOV/VOVworld/ຄະ​ນະ​ກຳ​ມະ​ການ​ເອີ​ຣົບ/ສະ​ຫະ​ພາບ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ