logo

EU, ຝ​ລັ່ງ, ເຢຍ​ລະ​ມັນ​ຄັດ​ຄ້ານ​ເລື່ອງ ອາ​ເມ​ລິ​ກາ ຫ້າມອອກ​ວິ​ຊາ​ສຳ​ລັບ​ບັນ​ດາ​ຜູ້​ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຢີ ເອີ​ລົບ

2025/12/25 | 08:15:57
(VOVWORLD) - ຈາກຝລັ່ງ, ທ່ານປະທານາທິບໍດີ Emmanuel Macron ຖືວ່າບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນເພື່ອເຮັດໃຫ້ອະທິປະໄຕດ້ານດີຈີຕອນຂອງ ເອີລົບອ່ອນແອລົງ.

ວັນທີ 24 ທັນວາ, ສະຫະພາບ ເອີລົບ (EU), ຝລັ່ງ ແລະ ເຢຍລະມັນ ໄດ້ພ້ອມກັນຄັດຄ້ານເລື່ອງ ອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຈັດວາງຄຳສັ່ງຫ້າມອອກວິຊາສຳລັບ ພົນລະເມືອງເອີລົບ 5 ຄົນ, ໃນນັ້ນມີທ່ານ Thierry Breton ອະດີດກຳມະການກ່ຽວກັບຕະຫຼາດພາຍໃນຂອງ EU, ບັນດານັກເຄື່ອນໄຫວຈາກອົງການ HateAid ຂອງເຢຍລະມັນ ແລະ ສູນຕ້ານຄວາມກຽດຊັງທາງ ດີຈີຕອນ (CCDH). ຝ່າຍອາເມລິກາ ກ່າວຫາບັນດາບຸກຄົນນີ້ໄດ້ຊຸກຍູ້ການກວດກາສິດເສລີໃນການປາກເວົ້າ ຫຼື ເລັ່ງເປົ້າໝາຍທີ່ບໍ່ມີຄວາມຍຸຕິທຳ ໃສ່ບັນດາກຸ່ມບໍລິສັດເຕັກໂນໂລຢີ ອາເມລິກາ ຜ່ານບັນດາຂໍ້ກຳນົດດ້ານກົດໝາຍທີ່ເຄັ່ງຄັດ. ໂດຍມີຍປະຕິກິລິຍາຕໍ່ການກະທຳນີ້ຂອງ ອາເມລິກາ, EU ໄດ້ກ່າວເຕືອນຈະມີການກະທຳໂຕ້ຕອບ “ໂດຍໄວ ແລະ ຂ້ຽວຂາດ”. ຈາກຝລັ່ງ, ທ່ານປະທານາທິບໍດີ Emmanuel Macron ຖືວ່າບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນເພື່ອເຮັດໃຫ້ອະທິປະໄຕດ້ານດີຈີຕອນຂອງ ເອີລົບອ່ອນແອລົງ, ພ້ອມທັງເນັ້ນໜັກວ່າ ໝວດກົດໝາຍການບໍລິການດີຈີຕອນ (DSA) ຂອງ EU ໄດ້ຮັບການຮັບຮອງເອົາຢ່າງມີປະຊາທິປະໄຕ ເພື່ອຮັບປະກັນສະພາບແວດລ້ອມທາງອອນໄລທີ່ປອດໄພ ແລະ ມີຄວາມຍຸຕິທຳ. ໃນຂະນະນັ້ນ, ກະຊວງຍຸຕິທຳ ເຢຍລະມັນ ເນັ້ນໜັກວ່າ ບັນດາຄຳສັ່ງຫ້າມນີ້ ແມ່ນບໍ່ສາມາດຍອມຮັບໄດ້.

TAG
VOV/VOVworld/EU/ຝ​ລັ່ງ/ເຢຍ​ລະ​ມັນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ