logo

EU ເປີດ​ຕົວ “Schengen ການ​ທະ​ຫານ” ຫຼຸດ​ຜ່ອນ​​ ​ລະ​ບຽບ​ການ​ຍົ​ກ​ທັບ​ໃນ​ກຸ່ມ ລົງ

2025/11/20 | 08:47:06
(VOVWORLD) - ຕາມຂໍ້ສະເໜີແລ້ວ, ບັນດາປະເທດສະມາຊິກມີພຽງແຕ່ 3 ວັນເພື່ອ ອອກໃບອະນຸຍາດຜ່ານແດນໃນໄລຍະສັນຕິພາບ ແລະ 6 ເວລາໃນກໍລະນີສຸກເສີນ, ຫຼຸດເວລາລົງຫຼາຍພໍສົມຄວນ ເມື່ອທຽບໃສ່ກັບສະພາບການປັດຈຸບັນ ເຊິ່ງການເດີນທາງຂ້າມຊາຍແດນອາດຈະແກ່ຍາວເວລາເປັນເດືອນ.
ພາບປະກອບ: REUTERS

ວັນທີ 19 ພະຈິກ, ຄະນະກຳມະການເອີລົບ (EC) ໄດ້ປະກາດຂໍ້ລິເລີ່ມ “Schengen ການທະຫານ” ເພື່ອແນໃສ່ປັບປຸງຢ່າງເຖິງຖອງດ້ານ ຄວາມໄວໃນການເດີນທາງຂອງນັກຮົບ ແລະ ວັດຖຸອຸປະກອນການທະຫານຜ່ານເຂດຊາຍແດນຂອງບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU). ຕາມຂໍ້ສະເໜີແລ້ວ, ບັນດາປະເທດສະມາຊິກມີພຽງແຕ່ 3 ວັນເພື່ອ ອອກໃບອະນຸຍາດຜ່ານແດນໃນໄລຍະສັນຕິພາບ ແລະ 6 ເວລາໃນກໍລະນີສຸກເສີນ, ຫຼຸດເວລາລົງຫຼາຍພໍສົມຄວນ ເມື່ອທຽບໃສ່ກັບສະພາບການປັດຈຸບັນ ເຊິ່ງການເດີນທາງຂ້າມຊາຍແດນອາດຈະແກ່ຍາວເວລາເປັນເດືອນ. ແຜນການນີ້, ແມ່ນສ່ວນໜຶ່ງຂອງບ້ວງ Military Mobility ເຊິ່ງຈະສະເໜີໃນອາທິດນີ້ ແລະ ແມ່ນບາດກ້າວເດີນໃໝ່ສຸດໃນຄວາມມານະພະຍາຍາມ ຍົກສູງຄວາມສາມາດໃນການປ້ອງກັນຊາດຂອງ EU ໃນທົດສະວັດນີ້. ຂໍ້ລິເລີ່ມຍັງລວມມີລະບົບປະຕິກິລະຍາໄວລະດັບເອີລົບ, ວາດພາບຈຳລອງຕາມກົນໄກປົກປ້ອງພົນລະເຮືອນ EU. ບັນດາປະເທດສະມາຊິກຈະປະກອບສ່ວນບັນດາພາຫະນະຂົນສົ່ງຄື ຕູ້ລົດໄຟ, ເຮືອບັກ ແລະ ເຮືອບິນຍຸດທະສາດຜ່ານກອງທຶນສາມັກຄີເຄື່ອນທີ່ການທະຫານ.

TAG
VOV/VOVworld/EU/Schengen ການ​ທະ​ຫານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ