logo

FDI ຈາກ ເອີ​ລົບ​ເຂົ້າ​ມາ​ຫວຽດ​ນາມ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

2025/11/28 | 11:55:34
(VOVWORLD) - ທ່ານ ຫງວຽນຫ໋າຍມິງ, ຮອງປະທານສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham), ໃຫ້ຮູ້ວ່າ ຫວຽດນາມແມ່ນປະເທດທີ່ພົ້ນເດັ່ນຂຶ້ນຢ່າງໄວວາ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນສາຍຕາຂອງນັກລົງທຶນເອີລົບ.

ຕາມຕົວເລກສະຖິຕິ, ປັດຈຸບັນການລົງທຶນຈາກເອີລົບເຂົ້າມາຫວຽດນາມ ບັນລຸກວ່າ 30 ຕື້ USD. ບັນດານັກຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈາກເອີລົບເຂົ້າມາຫວຽດນາມ ພວມມີທ່າອ່ຽງເພີ່ມຂຶ້ນຢ່າງແຮງ ໃນຊຸມປີມໍ່ໆມານີ້. ຕາມນັ້ນແລ້ວ, ປີ 2022 ຫວຽດນາມ ດຶງດູດເງິນລົງທຶນ FDI ຈາກເອີລົບໄດ້ 2,5 ຕື້ USD, ຮອດປີ 2024 ບັນລຸໄດ້ 3,25 ຕື້ USD. ທ່ານ ຫງວຽນຫ໋າຍມິງ, ຮອງປະທານສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham), ໃຫ້ຮູ້ວ່າ ຫວຽດນາມແມ່ນປະເທດທີ່ພົ້ນເດັ່ນຂຶ້ນຢ່າງໄວວາ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນສາຍຕາຂອງນັກລົງທຶນເອີລົບ. FDI ຈາກ ເອີລົບ ເຂົ້າມາຫວຽດນາມ ພວມມີທ່າອ່ຽງສຸມໃສ່ເຂົ້າບັນດາຂົງເຂດໃໝ່ຄື: ພະລັງງານສະອາດ, ເຕັກໂນໂລຢີສູງ ຫຼືບັນດາສູນ logistics ເພື່ອຫັນຫວຽດນາມກາຍເປັນສູນຄ່ຽມຖ່າຍໃນພາກພື້ນ.

TAG
VOV/VOVworld/FDI/ການ​ລົງ​ທຶນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ