logo

FTSE Russell ຍົກລະດັບ ຫວຽດນາມ ຂຶ້ນເປັນຕະຫຼາດຫາກໍພົ້ນເດັ່ນ

2025/10/8 | 09:42:03
(VOVWORLD) - ຂໍ້ຕົກລົງດັ່ງກ່າວໄດ້ນຳ ຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.
(ພາບປະກອບ: VGP)

        ອົງການຈັດອັນດັບ FTSE Russell ຫາກໍ່ອອກແຈ້ງການເປັນທາງການຍົກລະດັບ ຫວຽດນາມ ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນ, ຄາດວ່າມີຜົນສັກສິດແຕ່ວັນທີ 21 ກັນຍາ 2026. ຕາມ Bloomberg, ຂໍ້ຕົກລົງດັ່ງກ່າວໄດ້ນຳ ຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.

        ຕາມທ່ານ David Sol, ຫົວໜ້າທົ່ວໂລກກ່ຽວກັບນະໂຍບາຍ FTSE Russell ແລ້ວ, ເລື່ອງຍົກຂັ້ນເປັນການສ່ອງແສງບັນດາການປັບປຸງສຳຄັນໃນພື້ນຖານໂຄງການຕະຫຼາດຂອງ ຫວຽດນາມ. FTSE Russell ຄາດຄະເນວ່າ ເລື່ອງຍົກລະດັບສາມາດດຶງດູດທຶນຕ່າງປະເທດເຂົ້າ ຫວຽດນາມ ຕື່ມອີກ 6 ຕື້ USD. ທ່ານນາງ Wanming Du, ຫົວໜ້າພະແນກນະໂຍບາຍດັດຊະນີຂອງ FTSE Russell, ໃຫ້ຂໍ້ສັງເກດວ່າ:

        “ໃນດັດຊະນີຕົວເລກຕະຫຼາດຫາກໍພົ້ນເດັ່ນຂອງ FTSE Russell (FTSE Emerging All Cap Index), ພວກຂ້າພະເຈົ້າຄາດຄະເນວ່າ ຫວຽດນາມ ຈະກວມເອົາປະມານ 0,3% ດັດຊະນີດັ່ງກ່າວ. ນີ້ບໍ່ແມ່ນຕົວເລກນ້ອຍຖ້າຫາກຄິດໄລເຖິງບັນດາສ່ວນປະກອບຂອງດັດຊະນີດັ່ງກ່າວ. ຢູ່ ອາຊີ, ອັດຕາດັ່ງກ່າວຂອງ ຫວຽດນາມ ພຽງແຕ່ຕຳກວ່າ ຟີລິບປິນ, ສ່ວນໃນໂລກແມ່ນຈັດສູງກວ່າບັນດາຕະຫຼາດຄື ໂກໂລມເບຍ ຫຼື ສ.ເຊັກໂກ”.

        ໃນຂະນະນັ້ນ, ທະນາຄານ HSBC ຄາດຄະເນວ່າ ຈະມີ 3,4 ຕື້ USD ຈະລົງທຶນເຂົ້າຕະຫຼາດ ຫວຽດນາມ ຕື່ມອີກ.

TAG
VOV/VOVworld/​ລະ​ດັບ/​ສາ​ມາດ/​ດຶງ​ດູດ​/ທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ