logo

Fed ປະກາດການຫຼຸດດອກເບ້ຍເທື່ອທີ 2 ໃນປີ 2025

2025/10/30 | 09:30:58
(VOVWORLD) - ຕາມຖະແຫຼງການຂອງ Fed, ບັນດານັກວາງແຜນກຳນົດນະໂຍບາຍໄດ້ປ່ອນບັດດ້ວຍອັດຕາບັດເຫັນດີ 10 ບັດ - ບັດຄ້ານ 2 ບັດ ເພື່ອຫຼຸດຜ່ອນດອກເບ້ຍໃຫ້ກູ້ຢືມຫຼັກແຫຼ່ງລົງລະດັບ 3,75% - 4,00%.

        ວັນທີ 29 ຕຸລາ, ທະນາຄານກາງສະຫະລັດ ອາເມລິກາ (Fed) ໄດ້ແຈ້ງຫຼຸດດອກເບ້ຍຕື່ມອີກ 0,25 ຈຸດສ່ວນຮ້ອຍ - ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025, ເພື່ອແນໃສ່ຮັບມືກັບບັນດາຄວາມສ່ຽງເພີ່ມຂຶ້ນຢູ່ຕະຫຼາດແຮງງານ, ໃນສະພາບພາຍໃນຂອງອົງການນີ້ມີການກຳນົດທິດນະໂຍບາຍທີ່ນັບມື້ນັບແບ່ງແຍກ.

        ຕາມຖະແຫຼງການຂອງ Fed, ບັນດານັກວາງແຜນກຳນົດນະໂຍບາຍໄດ້ປ່ອນບັດດ້ວຍອັດຕາບັດເຫັນດີ 10 ບັດ - ບັດຄ້ານ 2 ບັດ ເພື່ອຫຼຸດຜ່ອນດອກເບ້ຍໃຫ້ກູ້ຢືມຫຼັກແຫຼ່ງລົງລະດັບ 3,75% - 4,00%. ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືແມ່ນແມ່ນຊ່ວຍຊຸກຍູ້ເສດຖະກິດ ອາເມລິກາ ໃນສະພາບທີ່ວົງການວິສາຫະກິດຖືກຜົນສະທ້ອນຈາກບັນດາອັດຕາພາສີສົມທົບໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງໃນວົງກວ້າງ, ພ້ອມກັນນັ້ນ ກໍ່ເພີ່ມເວລາໃຫ້ແກ່ບັນດານັກວາງແຜນກຳນົດນະໂຍບາຍ ເມື່ອລັດຖະບານສະຫະລັດຍັງຢຸດຕິການເຄື່ອນໄຫວໂດຍຊົ່ວຄາວ.

TAG
VOV/VOVworld/​ວິ​ສາ​ຫະ​ກິດ/​ຜົນ​ສະ​ທ້ອນ/​ກຳ​ນົດ​/ນະ​ໂຍ​ບາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ