logo

Fed ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ​ລົງ​ເປັນ​ຄັ້ງ​ທີ 3 ຢ່າງ​ລຽນ​ຕິດ

2025/12/11 | 09:22:51
(VOVWORLD) - ວັນທີ 10 ທັນວາ, ທະນາຄານສູນກາງ ສະຫະລັດ ອາເມລິກາ (Fed)  ໄດ້ຫຼຸດຜ່ອນອັດຕາດອກເບ້ຍລົງ 0,25 ຈຸດສ່ວນຮ້ອຍໃນ 3 ຄັ້ງຢ່າງລຽນຕິດ, ຜ່ານນັ້ນນຳອັດຕາດອກເບ່ຍພື້ນຖານຫຼຸດລົງລະດັບຕ່ຳສຸດນັບແຕ່ເດືອນພະຈິກ 2022 ມາຮອດປັດຈຸບັນ.
ທ່ານປະທານທະນາຄານສູນກາງສະຫະລັດ ອາເມລິກາ Jerome Powell  (ພາບ: REUTERS/Kevin Lamarque)

ການຕັດສິນດັ່ງກ່າວໄດ້ຍົກມາພາຍຫຼັງກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນຂອງຄະນະກຳມະການການຕະຫຼາດເປີດສະຫະລັດ (FOMC),  ອົງການວາງແຜນກຳນົດນະໂຍບາຍຂອງ Fed, ຕາມນັ້ນແລ້ວ ອັດຕາດອກເບ້ຍສະຫະລັດໄດ້ຫຼຸດລົງແຕ່ 3,5% - 3,75%.  ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 4 ເດືອນທີ່ Fed ຫຼຸດອັດຕາດອກເບ້ຍລົງ.

ໃນແຈ້ງການໜຶ່ງ, FOMC ຊີ້ແຈ້ງວ່າ ບັນດາຕົວເລກອັບເດດໄດ້ຊີ້ໃຫ້ເຫັນການເຄື່ອນໄຫວເສດຖະກິດພວມໄດ້ຮັບການເປີດກວ້າງດ້ວຍລະດັບພໍດີ, ການເຕີບໂຕດ້ານວຽກເຮັດງານທຳຊ້າກວ່າໃນປີນີ້ ແລະ ອັດຕາວ່າງງານໄດ້ເພີ່ມຂຶ້ນເລັກໜ້ອຍໜຶ່ງ ໄລ່ຮອດເດືອນ ກັນຍາຜ່ານມາ. ດັ່ງນັ້ນ, ເພື່ອໜູນຊ່ວຍບັນດາເປົ້າໝາຍໄດ້ວາງອອກ, Fed  ຕົກລົງຫຼຸດອັດຕາດອກເບ້ຍເງິນກູ້ໃນຂ້າມຄືນລົງຕື່ມອີກ 0,25 ຈຸດສ່ວນຮ້ອຍ. ເຖິງຢ່າງໃດກໍຕາມ, Fed ຢັ້ງຢືນວ່າ ຈະຕີລາຄາບັນດາຂໍ້ມູນໃກ້ຈະມາເຖິງຢ່າງລະອຽດລະອໍ ເພື່ອດັດປັບນະໂຍບາຍເງິນຕາຢ່າງເໝາະສົມ, ບໍ່ກໍ່ຄວາມກົດດັນຕໍ່ພື້ນຖານເສດຖະກິດ ແລະ ມຸ່ງໄປເຖິງເປົ້າໝາຍນຳໄພເງິນເຟີ້ກັບຄືນສູ່ລະດັບເປົ້າໝາຍ 2%.


TAG
VOV/VOVworld/ທະ​ນາ​ຄານ​ສູນ​ກາງ​ສະ​ຫະ​ລັດ ອາ​ເມ​ລິ​ກາ/ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ