logo

Fed ຫຼຸດ ອັດ​ຕາ​ດອກ​ເບ້​ຍ​ 0,25% ​

2025/9/18 | 08:05:00
(VOVWORLD) - ພາຍຫຼັງກອງປະຊຸມນະໂຍບາຍໃນວັນທີ 16 – 17 ກັນຍາ, ຄະນະກຳມະການຕະຫຼາດເປີດ ສະຫະລັດ ໄດ້ປະກາດຫຼຸດອັດຕາດອກເບ້ຍພື້ນຖານ 0,25 ຈຸດສ່ວນຮ້ອຍລົງ ລະດັບ 4 – 4,25 ຈຸດສ່ວນຮ້ອຍ.
ທ່ານປະທານ Fed Jerome Powell (ພາບ: Reuters)

ວັນທີ 17 ກັນຍາ, ຕາມເວລາທ້ອງຖິ່ນທະນາຄານກາງ ສະຫະລັດ ອາເມລິກາ (FED), , ໄດ້ຕັດສິນໃຈຫຼຸດ ອັດຕາດອກເບ້ຍ ລົງ 0,25 ຈຸດສ່ວນຮ້ອຍ. ນີ້ແມ່ນຄັ້ງທຳອິດທີ່ອົງການນີ້ຫຼຸດອັດຕາດອກເບ້ຍລົງນັບແຕ່ເດືອນທັນວາ ປີ 2024. ພາຍຫຼັງກອງປະຊຸມນະໂຍບາຍໃນວັນທີ 16 – 17 ກັນຍາ, ຄະນະກຳມະການຕະຫຼາດເປີດ ສະຫະລັດ ໄດ້ປະກາດຫຼຸດອັດຕາດອກເບ້ຍພື້ນຖານ 0,25 ຈຸດສ່ວນຮ້ອຍລົງ ລະດັບ 4 – 4,25 ຈຸດສ່ວນຮ້ອຍ. ຄັ້ງຫຼ້າສຸດ ອົງການນີ້ຫຼຸດອັດຕາດອກເບ້ຍລົງແມ່ນເດືອນທັນວາ ປີ 2024 ດ້ວຍລະດັບ 0,25 ຈຸດສ່ວນຮ້ອຍ. ໃນແຈ້ງການພາຍຫລັງກອງປະຊຸມ, ຄະນະກຳມະການຕະຫຼາດເປີດ ສະຫະລັດ ສືບຕໍ່ພັນລະນາການເຕີບໂຕເສດຖະກິດໄດ້ຊ້າລົງ, ພ້ອມທັງເພີ່ມເຕີມວ່າ ຄວາມໄວໃນການສ້າງວຽກເຮັດງານທຳ ຫຼຸດລົງໃນຂະນະທີ່ ໄພເງິນເຟີ້ຂຶ້ນສູງ ເຮັດໃຫ້ ເປົ້າໝາຍຄວບຂອງ Fed ແມ່ນ ຮັກສາລາຄາເປັນປົກກະຕິ ແລະ ສ້າງວຽກເຮັດງານທຳໃຫ້ໄດ້ຫຼາຍທີ່ສຸດນັ້ນ ຕົກເຂົ້າສູ່ສະພາບການຂັດແຍ້ງກັນ. ພ້ອມກັບການຕັດສິນຫຼຸດ ອັດຕາດອກເບ້ຍລົງ 0,25ຈຸດສ່ວນຮ້ອຍ, Fed ກໍ່ຄາດວ່າຈະມີສອງການຫຼຸດຜ່ອນອັດຕາດອກເບ້ຍຕື່ມອີກ 2 ຄັ້ງໃນປີ 2025 ແລະ ອີກຄັ້ງໜຶ່ງໃນປີ 2026.

TAG
VOV/VOVworld/Fed/ອັດ​ຕາ​ດອກ​ເບ້​ຍ/USD ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ