logo

Festival ທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ

2025/11/8 | 08:32:29
(VOVWORLD) - ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025  ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ.
ລາຍການສະແດງສິລະປະ ຢູ່ Festival ທັງລອງ - ຮ່າໂນ້ຍ 2025  (ພາບ: nhandan.vn)

ຕອນຄ່ຳວັນທີ 7 ພະຈິກ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ໄຂຂຶ້ນຢູ່ພາລະຊາວັງ ທັງລອງ. ນີ້ແມ່ນເຫດການວັດທະນະທຳທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງນະຄອນຫຼວງ ໃນປີນີ້, ປະກອບສ່ວນແຜ່ກະຈາຍຄຸນຄ່າມໍລະດົດວັດທະນະທຳ ຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ. ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025  ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ. ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

Festival ທັງລອງ - ຮ່າໂນ້ຍຄັ້ງທີ 1 ປີ 2025 ແມ່ນເຫດການວັດທະນະທຳ, ສິລະປະທີ່ມີຂອບຂະໜາດໃຫຍ່ ໄດ້ຈັດຂຶ້ນຢູ່ ພາລະຊາວັງທັງລອງ, ແມ່ນວັນບຸນຂອງ ມໍລະດົກ, ມີສະຖານທີ່ປະດິດຄິດສ້າງເປີດ, ຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ໄດ້ເຊື່ອມຕໍ່ກັບຈິດໃຈຂອງຍຸກດີຈີຕອນ ເຊິ່ງແມ່ນສະຖານທີ່ ທີ່ບັນດານັກສິລະປະກອນພື້ນເມືອງ ພົບປະກັບນັກສິລະປິນ, ນັກປະດິດຄິດສ້າງໜຸ່ມ ເພື່ອພ້ອມກັນເຮັດໃຫ້ສີສັນວັດທະນະທຳ ຫວຽດນາມ ມີຄວາມໃໝ່ອ່ຽມ ແລະ ອຸດົມສົມບູນກວ່າເກົ່າ ໃນສະໄໝ ເຊື່ອມໂຍງເຂົ້າກັບສາກົນ.

TAG
VOV/VOVworld/Festival/ທັງ​ລອງ/ຮ່າ​ໂນ້ຍ/ສິ​ລະ​ປະ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ