logo

Festival ແທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ມໍ​ລະ​ດົກ ແລະ ແຜ່​ກະ​ຈາ​ຍສິ່ງຍອດ​ຍິ່ງ​ຂອງ​ພູມ​ປັນ​ຍາ ຫວຽດ

2025/11/1 | 16:59:00
(VOVWORLD) - ຕອນເຊົ້າວັນທີ 01 ພະຈິກ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວ - ກວັກຕືຢາມ (ຮ່າໂນ້ຍ) ໄດ້ໄຂລາຍການ “ເຕົ້າໂຮມມໍລະດົກ” - ເຊິ່ງເປັນການເຄື່ອນໄຫວທີ່ພົ້ນເດັ່ນໃນຂອບເຂດ “Festival ແທັງລອງ - ຮ່າໂນ້ຍ ປີ 2025”.
ເຂດວາງສະແດງດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ (ພາບ: TTXVN)

 

 

  ນີ້ແມ່ນເຫດການວັດທະນະທຳ - ສິລະປະຈຸດສຸມ, ເຊີດຊູຄຸນຄ່າມໍລະດົກແທັງລອງ - ຮ່າໂນ້ຍ ແລະ ແຜ່ກະຈາຍນ້ຳໃຈປະດິດຄິດສ້າງໃນວົງຄະນະຍາດ. ລາຍການໄດ້ດຳເນີນແຕ່ວັນທີ 1 – 16 ພະຈິກ 2025.

        ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລທິແອັງມາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ເນັ້ນໜັກວ່າ ຫົວຂໍ້ “ເຕົ້າໂຮມມໍລະດົກ” ບໍ່ພຽງແຕ່ມີຄວາມໝາຍເຊື່ອມຕໍ່ເມືອງເກົ່າ 3 ແຫ່ງຄື ຮວາລື (ນິງບິ່ງ) - ແທັງລອງ (ຮ່າໂນ້ຍ) ແລະ ຝູຊວັນ (ເຫວ້) ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການເຕົ້າໂຮມຂອງບັນດາເຂດວັດທະນະທຳໃນທຸກເຂດພາກຂອງປະເທດອີກດ້ວຍ. ລາຍການດັ່ງກ່າວຍັງສະແດງວິໄສທັດ ແລະ ຄວາມຄາດຫວັງຂອງນະຄອນຫຼວງໃນການສ້າງ ຮ່າໂນ້ຍ ກາຍເປັນສູນກາງປະດິດຄິດສ້າງຂອງພາກພື້ນ ແລະ ໂລກ.

ເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງ ຫວຽດນາມ (ພາບ: TTXVN)

        Festival ແທັງລອງ - ຮ່າໂນ້ຍ ປີ 2025 ໄດ້ດຳເນີນພາຍໃນ 16 ວັນ, ນັບແຕ່ວັນທີ 1 ພະຈິກ ຫາວັນທີ 16 ພະຈິກ, ດ້ວຍຫຼາຍກິດຈະກຳຄື: ງານວາງສະແດງ ແລະ ການສຳຜັດກັບໝູ່ບ້ານອາຊີບຫັດຖະກຳແນະນຳ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກຂອງໝູ່ບ້ານອາຊີບດີເດັ່ນຂອງ ຮ່າໂນ້ຍ, ເຫວ້, ນິງບິ່ງ ແລະ ເຂດ ເຕີຍງວຽນ.

TAG
VOV/VOVworld/ໝູ່​ບ້ານ​ອາ​ຊີບ​ດີ​ເດັ່ນ​/ຮ່າ​ໂນ້ຍ/ເຫວ້/ນິງ​ບິ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ