logo

G20 ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກັບ​ ລັດ​ທິຫຼາຍ​ຝ່າຍ

2025/11/24 | 09:21:48
(VOVWORLD) - ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ  ຂອງເວທີປາໄສນີ້

ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ອັດລົງໃນວັນທີ 23 ພະຈິກຢູ່ນະຄອນຫຼວງ Johannesburg (ປະເທດ ອາບຟຼິກກາໃຕ້), ສິ້ນສຸດສອງວັນເຮັດວຽກດ້ວຍການຮັບຮອງເອົາຖະແຫຼງການຮ່ວມຮຽກຮ້ອງໃຫ້ມີສັນຕິພາບ ກໍ່ຄືບັນດາມາດຕະການປົກປ້ອງແຫຼ່ງສະໜອງແຮ່ທາດທີ່ຈຳເປັນໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດ, ທ່ານ Cyril Ramaphosa ປະທານາທິບໍດີ ປະເທດເຈົ້າພາບ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ  ຂອງເວທີປາໄສນີ້. ທ່ານເນັ້ນໜັ້ກວ່າ ຖະແຫຼງການຮ່ວມໃຫ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາເປົ້າໝາຍຜ່ານຜ່າຄວາມແຕກຕ່າງກັນລະຫວ່າງບັນດາການນຳໃນໂລກ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ອາບຟຼິກກາໃຕ້ - ດ້ວຍຖານະເປັນປະເທດເຈົ້າພາບ - ໃນການຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືວິກິດການດິນຟ້າອາກາດ, ຊ່ວຍເຫຼືອບັນດາປະເທດພວມພັດທະນາຮັບມືກັບໄພພິບັດດິນຟ້າອາກາດ ທີ່ນັບມື້ນັບຮ້າຍແຮງ, ຫັນປ່ຽນພະລັງງານສະອາດ ແລະ ຫຼຸດຜ່ອນໜິ້ນຢູ່ລະດັບສູງເກີນໄປ.


TAG
VOV/VOVworld/G20/ລັດ​ທິຫຼາຍ​ຝ່າຍ/ດິນ​ຟ້າ​ອາ​ກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ