logo

Greenland ຢັ້ງ​ຢືນ​ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ກ່ຽວ​ກັບ​ບັນ​ຫາ​ເຂດ​ແຄວ້ນ​ແດນ​ດິນ

2026/1/23 | 08:44:48
(VOVWORLD) - ປັດຈຸບັນທ່ານຍັງບໍ່ທັນຮູ້ຂໍ້ມູນຫຍັງກ່ຽວກັບ “ກອບຂໍ້ຕົກລົງ” ກ່ຽວກັບ Greenland ເຊິ່ງທ່ານປະທານາທິບໍດີ Donald Trump ໄດ້ຖະແຫຼງໃນວັນທີ 21 ມັງກອນ ກັບ ທ່ານ Mark Rutte ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)ວ່າ  ບັນລຸໄດ້ແລ້ວ.  
 ທ່ານ ນາຍົກລັດຖະມົນຕີ Greenland Jens-Frederik Nielsen, ໃນການຖະແຫຼງຂ່າວໃນວັນທີ 22/1/2026. (ພາບ: Ritzau Scanpix/REUTERS)

ວັນທີ 22 ມັງກອນ, ໃນການຖະແຫຼງຂ່າວຢູ່ເມືອງເອກ Nuuk ຂອງ Greenland, ທ່ານ Jens-Frederik Nielsen ນາຍົກລັດຖະມົນຕີ Greenland, ໃຫ້ຮູ້ວ່າ ເຂດດິນແດນປົກຄອງດ້ວຍຕົນເອງຂຶ້ນກັບ ແດນມາກ ມີຄວາມປາດຖະໜາດຳເນີນ “ການເຈລະຈາສັນຕິພາບ” ກັບ ອາເມລິກາ ພ້ອມທັງເນັ້ນໜັກວ່າ ປັດຈຸບັນ Greenland ຢາກສືບຕໍ່ສ່ວນໜຶ່ງຂອງ ແດນມາກ. ນາຍົກລັດຖະມົນຕີ Nielsen ກໍໃຫ້ຮູ້ວ່າ ປັດຈຸບັນທ່ານຍັງບໍ່ທັນຮູ້ຂໍ້ມູນຫຍັງກ່ຽວກັບ “ກອບຂໍ້ຕົກລົງ” ກ່ຽວກັບ Greenland ເຊິ່ງທ່ານປະທານາທິບໍດີ Donald Trump ໄດ້ຖະແຫຼງໃນວັນທີ 21 ມັງກອນ ກັບ ທ່ານ Mark Rutte ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)ວ່າ  ບັນລຸໄດ້ແລ້ວ.  

        ທ່ານ Nielsen ຢັ້ງຢືນວ່າ ບໍ່ມີຂໍ້ຕົກລົງໃດທີ່ກ່ຽວຂ້ອງເຖິງ Greenland ສາມາດ ລົງນາມໄດ້ ຖ້າບໍ່ມີການເຂົ້າຮ່ວມຂອງອຳນາດການປົກຄອງ Greenland ແລະ ລັດຖະບານ ແດນມາກ. ທ່ານເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງໃດກໍຕ້ອງເຄົາລົບ “ບັນດາເສັ້ນຂີດແດງ” ຂອງ Greenland, ລວມມີອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເຂດດິນແດນນີ້.

        ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Greenland ໄດ້ຍົກອອກມາໃນສະພາບ ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ທ່ານ ປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະມີສິດເຂົ້າຫາເກາະ Greenland ໄດ້ຢ່າງສິ້ນເຊີງຕາມຂໍ້ຕົກລົງລະຫວ່າງທ່ານ ແລະ ທ່ານ Mark Rutte ເລຂາທິການໃຫຍ່ NATO.

TAG
VOV/VOVworld/ນາຍົກລັດຖະມົນຕີ Greenland/ອະ​ທິ​ປະ​ໄຕ/ເຂດ​ແຄວ້ນ​ແດນ​ດິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ