logo

IAEA ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ກົນ​ໄກ​ຕ​ິດ​ຕາມກວດ​ກາ​ນິວ​ເຄຼຍ​ຢູ່​ຕາ​ເວັນ​ອອກ​ກາງ

2025/9/20 | 09:15:36
(VOVWORLD) - ໃນກອງປະຊຸມຄັ້ງທີ 69 ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ທີ່ດຳເນີນຢູ່ ວຽນ ນັ້ນ, ໄດ້ຮັບຮອງເອົາມະຕິວ່າດ້ວຍການນຳໃຊ້ບັນດາກົນໄກຕິດຕາມກວດກາຂອງອົງການ IAEA ຢູ່ຕາເວັນອອກກາງ ດ້ວຍບັດສະໜັບສະໜູນກວມເປັນສ່ວນຫຼາຍ.
ບັນຍາກາດກອງປະຊຸມກອງປະຊຸມຄັ້ງທີ 69 ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ ໃນວັນທີ 15/9/2025 (ພາບ: THX/TTXVN)

ໜັງສືພິມ Ahram Online ສະບັບອອກວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ) ໄດ້ໃຫ້ຂ່າວໃນກອງປະຊຸມຄັ້ງທີ 69 ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ທີ່ດຳເນີນຢູ່ ວຽນ ນັ້ນ, ໄດ້ຮັບຮອງເອົາມະຕິວ່າດ້ວຍການນຳໃຊ້ບັນດາກົນໄກຕິດຕາມກວດກາຂອງອົງການ IAEA ຢູ່ຕາເວັນອອກກາງ ດ້ວຍບັດສະໜັບສະໜູນກວມເປັນສ່ວນຫຼາຍ, ໃນນັ້ນ ມີ 120 ປະເທດປ່ອນບັດສະໜັບສະໜູນ. ມະຕິດັ່ງກ່າວໂດຍ ອີຢິບ ຮຽບຮຽງ ຮຽກຮ້ອງໃຫ້ຮາກຖານນິວເຄຼຍທຸກແຫ່ງຢູ່ຕາເວັນອອກກາງ ລ້ວນແຕ່ນອນຢູ່ພາຍໃຕ້ລະບົບຕິດຕາມກວດກາຂອງອົງການ IAEA, ພ້ອມທັງຮຽກຮ້ອງໃຫ້ທຸກປະເທດໃນພາກພື້ນເຂົ້າຮ່ວມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ແລະ ສ້າງຕັ້ງເຂດປອດອາວຸດນິວເຄຼຍຢູ່ຕາເວັນອອກກາງ.

        ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ສົ່ງເຖິງບັນດາປະເທດ ເອີຣົບ ຂໍ້ສະເໜີນິວເຄຼຍ “ເໝາະສົມ ແລະ ຍຸຕິທຳ” ເພື່ອແນໃສ່ສະກັດກັ້ນຄວາມອາດສາມາດດຳເນີນກົນໄກຈັດວາງບັນດາມາດຕະການລົງໂທດຂອງ ສປຊ ຕາມຂໍ້ກຳນົດຂອງຂໍ້ຕົກລົງແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງ ອີຣານ ໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015.


TAG
VOV/VOVworld/ອົງການພະລັງງານປະລະມານູສາກົນ/ອາ​ວຸດ​ນິວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ