logo

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ

2026/1/20 | 07:43:07
(VOVWORLD) - ໃນສະບັບອັດເດດ “ແງ່ຫວັງເສດຖະກິດໂລກ” ທີ່ໄດ້ປະກາດໃນວັນທີ 19 ມັງກອນ, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າເສດຖະກິດທົ່ວໂລກຈະບັນລຸລະດັບເຕີບໂຕ 3,3% ໃນປີ 2026, ໝາຍຄວາມວ່າເພີ່ມຂຶ້ນ 0,2 ຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ຕຸລາ ປີ 2025.
Logo ຂອງກອງທຶນເງິນຕາສາກົນ IMF  (ພາບ: REUTERS/Benoit Tessier)

 IMF ກໍຮັກສາການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກໃຫ້ແກ່ປີ 2027 ແມ່ນ 3,2%, ບໍ່ມີການປ່ຽນແປງເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ. ອົງການຈັດຕັ້ງດັ່ງກ່າວ ໄດ້ດັດປັບລະດັບເຕີບໂຕທົ່ວໂລກນັບແຕ່ເດືອນ ກໍລະກົດ ປີ 2025 ພາຍຫຼັງບັນດາຂໍ້ຕົກລົງດ້ານການຄ້າລະຫວ່າງປະເທດຕ່າງໆກັບ ອາເມລິກາ ເຮັດໃຫ້ກຳລັງດັນດ້ານພາສີຫຼຸດລົງເມື່ອທຽບໃສ່ລະດັບສູງສຸດໃນເດືອນ ເມສາ 2025. ໃນຂະນະທີ່ໄພເງິນເຟີ້ທົ່ວໂລກຄາດວ່າຈະສືບຕໍ່ຫຼຸດລົງ, ຈາກ 4,1% ໃນປີ 2025 ລົງເຫຼືອ 3,8% ໃນປີ 2026 ແລະ 3,4% ໃນປີ 2027.

ອົງການ IMF ຄາດຄະເນວ່າ ລະດັບເຕີບໂຕເສດຖະກິດຂອງ ອາເມລິກາ ໃນປີ 2026 ຈະບັນລຸ 2,4%, ສ່ວນໜຶ່ງແມ່ນຍ້ອນມີການເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງປັນຍາປະດິດ (AI) ຢ່າງແຮງ. ແຕ່ເຖິງຢ່າງໃດກໍຕາມ, IMF ຫຼຸດລະດັບຄາດຄະເນອັດຕາເຕີບໂຕຂອງ ອາເມລິກາ ໃນປີ 2027 ລົງເຫຼືອພຽງ 2,0%. ສຳລັບ ຈີນ, IMF ຄາດຄະວ່າ ປະເທດນີ້ຈະບັນລຸລະດັບເຕີບໂຕ 4,5% ໃນປີ 2026.

TAG
VOV/VOVworld/ຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກ/IMF

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ