logo

IMF ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ເຕີບ​ໂຕ​ຂອງ ຈີນ ຂຶ້ນ

2025/12/11 | 09:16:00
(VOVWORLD) - ວັນທີ 10 ທັນວາ, ກອງທຶນເງິນຕາສາກົນ (IMF) ໄດ້ຍົກລະດັບຄາດຄະເນອັດຕາການເຕີບໂຕປີ 2025 ຂອງ ຈີນ ແຕ່ 4,8% ຂຶ້ນເປັນ 5%, ພ້ອມທັງຮຽກຮ້ອງໃຫ້ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ຍູ້ໄວການປະຕິຮູບໂຄງປະກອບ ແລະ ຫັນປ່ຽນຮູບແບບ.
ທ່ານນາງ Kristallina Georgieva ຜູ້ອຳນວຍການ IMF (ພາບ: REUTERS/Tingshu Wang)

ຕາມຜູ້ອຳນວຍການ IMF, ທ່ານນາງ Kristallina Georgieva ແລ້ວ, IMF ຄາດຄະເນອັດຕາເຕີບໂຕຂອງ ຈີນ ໃນປີນີ້ ຈະບັນລຸ 5%, ໃນນັ້ນ ການສົ່ງອອກສຸດທິປະກອບເຖິງ 1,1% ໃນອັດຕາການເຕີບໂຕທັງໝົດ. IMF ກໍໃຫ້ຮູ້ຕື່ມອີກວ່າ ພື້ນຖານເສດຖະກິດ 19.000 ຕື້ USD ນີ້ ພວມຢູ່ໃນທ່າປະກອບສ່ວນເຖິງ 30% ເຂົ້າໃນການເຕີບໂຕທົ່ວໂລກໃນປີນີ້. IMF ກໍຍົກລະດັບການເຕີບໂຕຂອງພື້ນຖານເສດຖະກິດ ຈີນ ໃນປີໜ້າຂຶ້ນເຖິງ 4,5%, ສູງກວ່າ 0,3% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

ໃນກອງປະຊຸມສະຫຼບ, ທ່ານນາງ Georgieva ກໍຮຽກຮ້ອງໃຫ້ ຈີນ ຍົກອອກ “ການເລືອກເຟັ້ນຢ່າງກ້າຫານ” ນັ້ນແມ່ນຍູ້ແຮງການປະຕິຮູບໂຄງປະກອບ ແນໃສ່ຫັນປ່ຽນໄປສູ່ຮູບແບບອີງໃສ່ການບໍລິໂພກ ແລະ ຈຳກັດການເອື່ອຍອີງເຂົ້າການສົ່ງອອກ.


TAG
VOV/VOVworld/ອັດຕາການເຕີບໂຕຂອງ ຈີນ/ກອງ​ທຶນ​ເງິນ​ຕາ​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ