logo

IMF ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ກັບ ຢູ​ແກຼນ ກ່ຽວ​ກັບ​ໂຄງ​ການ​ໜູນ​ຊ່ວຍ​ໃໝ່

2025/11/27 | 07:56:56
(VOVWORLD) - ທ່ານ Gavin Gray ຫົວໜ້າຄະນະປະຕິບັດງານຂອງ IMF ປະຈຳ ຢູແກຼນ ໃຫ້ຮູ້ວ່າ ໂຄງການໃໝ່ນີ້ເພື່ອແນໃສ່ຊ່ວຍ ກີແອັບ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງການເງິນພາກລັດ.
(ພາບປະກອບ: REUTERS/Yuri Gripas)

ວັນທີ 26 ພະຈິກ, ກອງທຶນເງິນຕາສາກົນ (IMF) ໄດ້ແຈ້ງວ່າສາມາດບັນລຸໄດ້ຂໍ້ຕົກລົງຂັ້ນພະນັກງານກັບ ຢູແກຼນ ກ່ຽວກັບໂຄງການໜູນຊ່ວຍໃໝ່ ມີມູນຄ່າ 8,2 ຕື້ USD ທີ່ແກ່ຍາວເປັນເວລາ 4 ປີ, ໃນສະພາບການ ຢູແກຼນ ປະເຊີນໜ້າກັບຄວາມກົດດັນປີການເງິນທີ່ນັບມື້ນັບໜັກຂຶ້ນ ຍ້ອນການປະທະກັນ. ຂໍ້ຕົກລົງສະບັບໃໝ່ຈະແທນທີ່ບ້ວງໜູນຊ່ວຍເປີດກວ້າງ (EFF) ທີ່ມີມູນຄ່າ 15,6 ຕື້ USD, ໂດຍໄດ້ຮັບການຮັບຮອງເອົາໃນປີ 2023, ເຊິ່ງໄດ້ອີງຕາມສົມມຸດຖານການປະທະກັນຈະສິ້ນສຸດໃນທ້າຍປີ 2025 - ສິ່ງທີ່ປັດຈຸບັນແມ່ນບໍ່ເໝາະສົມອີກ. ທ່ານ Gavin Gray ຫົວໜ້າຄະນະປະຕິບັດງານຂອງ IMF ປະຈຳ ຢູແກຼນ ໃຫ້ຮູ້ວ່າ ໂຄງການໃໝ່ນີ້ເພື່ອແນໃສ່ຊ່ວຍ ກີແອັບ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງການເງິນພາກລັດ. ໂຄງການຈະຍື່ນສະເໜີຕໍ່ສະພາບໍລິຫານ IMF, ພາຍຫຼັງ ກີແອັບ ປະຕິບັດສຳເລັດບັນດາຄວາມຮຽກຮ້ອງຕ້ອງການເຊິ່ງ IMF ໄດ້ຍົກອອກມາ ແລະ ເມື່ອມີຄຳໝັ້ນສັນຍາອຸປະຖຳຢ່າງຄົບຖ້ວນ ຈາກບັນດາຄູ່ຮວມມືສາກົນ.

TAG
VOV/VOVworld/IMF/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ