logo

Lao VietBank - ​ຂົວ​ເຊື່ອ​ມ​ຕໍ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

2019/6/24 | 07:34:41
(VOVWORLD) -ພາຍຫຼັງ 20 ປີ ແຫ່ງການສ້າງສາ ແລະ ເຕີບໃຫຍ່, ມາຮອດປັດຈຸບັນ Lao VietBank ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນສຳເລັດທີ່ສຳຄັນ. ຈາກທຶນເບື້ອງຕົ້ນ 10 ລ້ານ USD , ປັດຈຸບັນ ທຶນຂອງ VietBank ບັນລຸໄດ້ 100 ລ້ານ USD, ກາຍເປັນ 1 ໃນບັນດາທະນາຄານທີ່ມີຂອບຂະໜາດທຶນໃຫຍ່ທີ່ສຸດຢູ່ລາວ.
ທ່ານ ຫງວຽນວັນບິ່ງ ຜູ້ອຳນວຍການໃຫຍ່  Lao VietBank (ພາບ: nhandan.com.vn)

ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມ ( ລາວ VietBank - ຮ່ວມທຸລະກິດລະຫວ່າງ ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ ແລະ ທະນາຄານການຄ້າຕ່າງປະເທດລາວ) ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊແຮງງານຊັ້ນ I ຈາກ ລັດ ລາວ ມອບໃຫ້ ແລະ ພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງ Lao VietBank ( 22 ມິຖຸນາ 1999 - 22 ມິຖຸນາ 2019).

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລາວ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນ ແລະ ບັນດາຜົນງານທີ່ດີເດັ່ນ ເຊິ່ງ Lao VietBank ບັນລຸໄດ້ໃນຕະຫຼອດ 20 ປີ ຜ່ານມາ. ທ່ານ ສົມດີ ດວງດີ ຢັ້ງຢືນວ່າ Lao VietBank ເປັນຂົວເຊື່ອມຕໍ່ຊຳລະຕົ້ນຕໍລະຫວ່າງ ຫວຽດນາມ ແລະ ລາວ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຂອງ ລາວ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສອງພັກ, ສອງ ລັດຖະບານ ແລະ ປະຊາຊົນ ສອງປະເທດຢ່າງແທດຈິງ.

        ພາຍຫຼັງ 20 ປີ ແຫ່ງການສ້າງສາ ແລະ ເຕີບໃຫຍ່, ມາຮອດປັດຈຸບັນ Lao VietBank ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນສຳເລັດທີ່ສຳຄັນ. ຈາກທຶນເບື້ອງຕົ້ນ 10 ລ້ານ USD , ປັດຈຸບັນ ທຶນຂອງ VietBank ບັນລຸໄດ້ 100 ລ້ານ USD, ກາຍເປັນ 1 ໃນບັນດາທະນາຄານທີ່ມີຂອບຂະໜາດທຶນໃຫຍ່ທີ່ສຸດຢູ່ລາວ, ດ້ວຍຍອດມູນຄ່າຊັບສິນເກືອບ 1,12 ຕື້ USD, ຢືນຢູ່ອັນດັບທີ 3 ໃນຈຳນວນທະນາຄານທີ່ມີຂະໜາດໃຫຍ່ກ່ວາໝູ່ຢູ່ລາວ. ການກຳເນີດ ຂອງ Lao VietBank ບໍ່ພຽງແຕ່ແມ່ນການກຳເນີດຂອງ ອົງການການເງິນ - ທະນາຄານ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງ ສອງພື້ນຖານ ເສດຖະກິດ ຫວຽດນາມ - ລາວ, ແມ່ນແບບຢ່າງໃນການພົວພັນຮ່ວມມືເສດຖະກິດ ລະຫວ່າງ ລາວ - ຫວຽດນາມ ອີກດ້ວຍ.

TAG
VOV/VOVworld/Lao VietBank/ຫວຽດ​ນາມ. ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ