logo

Mercosur ແລະ EFTA ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ

2025/9/17 | 09:31:52
(VOVWORLD) - ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.

ວັນທີ 16 ກັນຍາ, ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະ ສະມາຄົມການຄ້າເສລີ ເອີຣົບ (EFTA) ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຢູ່ Rio de Janeiro, ບຣາຊິນ ຢ່າງເປັນທາງການ ພາຍຫຼັງເຈລະຈາເປັນເວລາ 8 ປີ.

        ເມື່ອກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານາທິບໍດີ ບຣາຊິນ Geraldo Alckmin ເນັ້ນໜັກວ່າ ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.

        ຕາມຂໍ້ຕົກລົງແລ້ວ, ມີກວ່າ 97% ປະລິມານສິນຄ້າສົ່ງອອກຂອງທັງສອງຝ່າຍຈະໄດ້ຊົມໃຊ້ຜົນປະໂຫຍດ, ໝັ້ນໝາຍຊຸກຍູ້ການຄ້າສອງຝ່າຍ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ກໍຄືປະຊາຊົນສອງຝ່າຍ.

        ຄາດວ່າ EFTA ຈະລົບລ້າງ 100% ພາສີສົ່ງອອກສໍາລັບສິນຄ້າອຸດສາຫະກຳ ແລະ ສິນໃນນ້ຳຈາກ Mercosur ພາຍຫຼັງທີ່ສັນຍາສະບັບນີ້ມີຜົນສັກສິດ. ກົງກັນຂ້າມ, Mercosur ມີໄລຍະ 15 ປີ ເພື່ອຫຼຸດຜ່ອນພາສີສຳລັບຜະລິດຕະພັນອຸດສາຫະກຳສ່ວນໃຫຍ່ຈາກບັນດາຄູ່ຮ່ວມມືເອີຣົບ.


TAG
VOV/VOVworld/ກຸ່ມ​ຕະຫຼາດ​ລວມ ອາ​ເມ​ລິ​ກາ​ໃຕ້/Mercosur/ສະ​ມາ​ຄົມ​ການ​ຄ້າ​ເສ​ລີ ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ