logo

NATO ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​ຂອງ ຢູ​ແກຼນ

2025/12/3 | 06:50:52
(VOVWORLD) -  ບັນດາລັດຖະມົນຕີກະຊວງການຕ່າງປະເທດ NATO  ໄດ້ໂຮມປະຊຸມຢູ່ ບຣຸກແຊນ ໃນວັນທີ 3 ທັນວາ ເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບໂດຍ ອາເມລິກາ ສະເໜີໃຫ້ແກ່ ຢູແກຼນ ເພື່ອແນໃສ່ປັບປຸງຄວາມເຫັນດີເປັນເອກະພາບ ແລະ ຂຶ້ນແຜນການໃຫ້ແກ່ກອງປະຊຸມສຸດຍອດປີ 2026 ຢູ່ ຕວັກກີ.

  ຮ່າງບົດສະເໜີສັນຕິພາບ ໂດຍ ອາເມລິກາ ຮຽບຮຽງໃຫ້ແກ່ ຢູແກຼນ ລວມມີບັນດາມາດຕາຄື ຈຳກັດການເປີດກວ້າງຂອງ NATO, ຈຳກັດຂອບຂະໜາດຂອງກອງທັບ ຢູແກຼນ ແລະ ຮັບຮອງບັນດາຜົນປະໂຫຍດທາງດ້ານອານາເຂດຂອງ ລັດເຊຍ. ບັນດາເຈົ້າໜ້າທີ່ເອີຣົບ ແລະ ຢູແກຼນ ໄດ້ ແລະ ພວມມານະພະຍາຍາມປັບປຸງເອກະສານດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ອະທິປະໄຕຂອງ ຢູແກຼນ, ສິດປ້ອງກັນຕົວ ແລະ ຖານະສະມາຊິກ NATO ໃນອະນາຄົດຂອງປະເທດນີ້ຕ້ອງໄດ້ຮັບການປົກປ້ອງ.

        ທ່ານປະທານຄະນະກຳມະການການທະຫານຂັ້ນສູງຂອງ NATO ໃຫ້ຮູ້ວ່າ ກອງປະຊຸມໄດ້ພິຈາລະນາຄືນບັນດາການເຄື່ອນໄຫວໜູນຊ່ວຍດ້ານການທະຫານໃນປັດຈຸບັນໃຫ້ແກ່ ຢູແກຼນ.  ກອງປະຊຸມນີິ້ ຈະຊ່ວຍກຳນົດພື້ນຖານໃຫ້ແກ່ກອງປະຊຸມສຸດຍອດ ທີ່ຄາດວ່າຈະແກ້ໄຂບັນດາບັນຫານາບຂູ່ຍາວນານ, ການລົງທຶນດ້ານປ້ອງກັນຊາດ ແລະ ສາຍພົວພັນອະນາຄົດກັບ ຢູແກຼນ.

ນັກຂ່າວ VOV ປະຈຳ ເຊັກໂກ

TAG
VOV/VOVworld/NATO/​ແຜນ​ການ​ສັນ​ຕິ​ພາບ​ຂອງ ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ