logo

Quang Tri ຈັດພິທີໂຮມຊຸນນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ

2012/5/1 | 10:14:34
ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງພັກ,  ​ແລະ ບັນດາຜູ້ຕາງໜ້າ​ການ​ນຳ​ບັນດາ​ແຂວງ ສາລະ​ວັນ, ສະຫວັນ​ນະ​ເຂດ ຂອງ​ປະ​ເທດ​ລາວ ພ້ອມ​ກັບ​ປະຊາຊົນ​ເຂົ້າ​ຮ່ວມ​ພິທີຢ່າງ​ຫຼວງ​ຫຼາຍ.

ພິທີໂຮມ​ຊຸນ​ນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດປ່ອຍ
( ພາບ: dantri.com.vn )


( vovworld ) –   ວັນ​ທີ 1/5, ຢູ່​ນະຄອນ Dong Ha, ​ແຂວງ Quang Tri ​ໄດ້​ຈັດ​ພິທີໂຮມ​ຊຸນ​ນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດປ່ອຍ ( 1/5/1972 – 1/5/2012 ). ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງພັກ, ບັນດາຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ບັນດາຜູ້ຕາງໜ້າ​ການ​ນຳ​ບັນດາ​ແຂວງ ສາລະ​ວັນ, ສະຫວັນ​ນະ​ເຂດ ຂອງ​ປະ​ເທດ​ລາວ ພ້ອມ​ກັບ​ປະຊາຊົນ​ເຂົ້າ​ຮ່ວມ​ພິທີຢ່າງ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Dinh The Huynh ​ໄດ້​ຢືນຢັນ​ວ່າ; ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ຂອງ​ບັ້ນ​ຮົບ​ປົກ​ປ່ອຍ Quang Tri ​ແລະ ການ​ຕໍ່ສູ້​ທີ່​ອົງອາດ​ກ້າ​ແກ່ນ​ຕ້ານສັດ​ຕູ​ເພື່ອປົກ​ປັກ​ຮັກສາ​ເທດສະບານ​ເມືອງ Quang Tri, ກຳ​ແພງ​ເກົ່າ Quang Tri ຂອງ​ທະຫານ ​ແລະ ປະຊາຊົນຫວຽດນາມ ​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​​ເຮັດ​ໃຫ້​ສະພາບ​ການ​ຢູ່ສະໜາມຮົບພາກ​ໃຕ້ປ່ຽນ​ແປງ​ໄປ, ບັງຄັບ​ໃຫ້​ອາ​ເມ​ລິ​ກາ ​ເຊັນ​ສັນຍາ​ປາຣີ, ຖອນ​ທະຫານ​ກັບ​ຄືນ​ເມືອ​ປະ​ເທດ, ປະກອບສ່ວນສ້າງ​ທ່ວງທ່າ​ ​ແລະ ກຳລັງ​ໃໝ່, ຍູ້​ແຮງ​ກັນ​ຕໍ່ຕ້ານ​ ຕ້ານຈັດ​ກະ​ພັດ​ອາ​ເມ​ລິ​ກາ ກູ້​ຊາດ, ປະກອບສ່ວນ​ຍາດ​ໄດ້ມະຫາ​ໄຊໃນ​ລະດູບານ​ໃໝ່​ປີ 1975 ​ແຫ່ງ​ປະຫວັດສາດ, ປົດ​ປ່ອຍ​ພາກ​ໃຕ້ຢ່າງສົມ​ບຸນ, ​ໂຮມ​ປະ​ເທດ​ຊາດ​​ເປັນ​ເອກະ​ພາບ. ສ່ວນ​ທ່ານ Le Huu Phuc ,​​ເລຂາ​ພັກ​ແຂວງ ​ແຂວງ Quang Tri, ​ໃນ​ສຸນທອນພົດ​ທີ່​ພິທີ​ໄດ້​ຊີ້​ແຈ້ງວ່າ.

        “ ໝາກ​ຜົນທີ່​ບັນລຸ​ໄດ້​ພາຍ​ຫຼັງ 40 ປີ​ແມ່ນ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ, ສ້າງ​ທ່າ​​ແຮງ ​ແລະ ກຳລັງ​ທີ່​ເຂັ້ມ​ແຂງ​ເພື່ອ​ໃຫ້ Quang Tri ພ້ອມ​ກັບ​ທົ່ວ​ປະ​ເທດ​ສືບ​ຕໍ່​ເຂົ້າ​ສູ່​ໄລຍະ​ພັດ​ທະນາ​ໃໝ່. ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜື່ງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ແມ່ນ​ເສີມ​ຂະຫຍາຍ​ຈິດ​ໃຈ​ສາມັກຄີ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ​​ເຈດ​ຈຳນົງປະຕິວັດຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ນຊ້ອນ​ທີ່​ມີ​ຢູ່​ແລ້ວ​ຢ່າງມີ​ປະສິດທິ​ຜົນ… ສ້າງ​ບາດກ້າວ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ​ພັດທະນາພາລະກິດ​ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ​ສັງຄົມ​ໃຫ້​ດີກ​ວ່າ​ອີກ ”.

TAG
Quang Tri

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ