logo

SEA Games 33: ພິທີໄຂ SEA Games ເຕັມໄປດ້ວຍນ້ຳໃຈ “ພວກເຮົາປັນໜຶ່ງດຽວ”

2025/12/10 | 07:27:00
(VOVWORLD) - ພິທີໄດ້ເລີ່ມຕົ້ນດ້ວຍການສະແດງແສງສີ ສະແດງພາບຂອງ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້
ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33
(ພາບ: TTXVN)

        ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA Games 33), ເຊິ່ງແມ່ນເຫດການກິລາໃຫຍ່ທີ່ສຸດຢູ່ພາກພື້ນ ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສະໜາມກິລາແຫ່ງຊາດ ຣາດຊະມັນຄະລາ, ທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ໃນຕອນຄ່ຳວັນທີ 09 ທັນວາ, ດ້ວຍການເຂົ້າຮ່ວມຂອງເກືອບ 50.000 ຄົນ.

        ພິທີໄດ້ເລີ່ມຕົ້ນດ້ວຍການສະແດງແສງສີ ສະແດງພາບຂອງ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ, ດ້ວຍຄຳທັກທາຍສະບາຍດີ ດ້ວຍພາສາຂອງແຕ່ລະປະເທດ, ສົມກັບຫົວຂໍ້ຂອງ SEA Games ປີນີ້ແມ່ນ “ພວກເຮົາເປັນໜຶ່ງດຽວ”.

        ຕາມການສະຖິຕິຂອງຄະນະຈັດຕັ້ງ, SEA Games 33 ມີການເຂົ້າຮ່ວມຂອງນັກກິລາປະມານ 10.000 ຄົນ ທີ່ມາຈາກ 11 ປະເທດ, ແຂ່ງຂັນໃນ 56 ປະເພດກິລາ.

        ວັນທີ 10 ທັນວາ, ແມ່ນມື້ທຳອິດຂອງການແຂ່ງຂັນ, ຄະນະນັກກິລາ ຫວຽດນາມ ໄດ້ວາງເປົ້າໝາຍຄວ້າຫຼຽນຄຳໄດ້ແຕ່ 90 – 100 ຫຼຽນ, ມຸ່ງໄປເຖິງການແຂ່ງຂັນ SEA Games ທີ່ບັນລຸຜົນສຳເລັດ.

TAG
VOV/VOVworld/​ແຂ່ງ​ຂັນ/ຄະ​ນະ​ມ ນັກ​ກິ​ລາມ ​ເປົ້າ​ໝາຍ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ