ໂດຍແມ່ນປະເທດທີ່ມີອະທິປະໄຕທຳອິດໃນສະຕະວັດທີ 21, Timor Leste ຍາດໄດ້ເອກະລາດເມື່ອປີ 2002. ຮອດປີ 2011, Timor Leste ໄດ້ຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ ແລະ ໄດ້ກາຍເປັນສະມາຊິກຖາວອນ ພາຍຫຼັງລໍຄອຍມາເປັນເວລາ 14 ປີ.
ວິວັດທະນາການປະຫວັດສາດຂອງ Timor Leste
ພິທີລົງນາມໃນຖະແຫຼງການຮັບ Timor Leste ເຂົ້າເປັນສະມາຊິກ ອາຊຽນ ໄດ້ດຳເນີນໃນຕອນເຊົ້າວັນທີ 26 ຕຸລາ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ທີ່ນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ. ນີ້ແມ່ນຂີດໝາຍປະຫວັດສາດການເປີດກວ້າງສະມາຊິກທຳອິດຂອງ ອາຊຽນ ໃນສະຕະວັດທີ 21, ພ້ອມທັງສະມາຄົມກໍເຕົ້າໂຮມໄດ້ຄົບ 11 ປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງເປັນທາງການ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢັ້ງຢືນວ່າ ເລື່ອງ Timor Leste ໄດ້ກາຍເປັນສະມາຊິກ ອາຊຽນ ແມ່ນມີຄວາມໝາຍໃຫ້ແກ່ວິໄສທັດຂອງກຸ່ມ, ຕາງໜ້າໃຫ້ແກ່ເປົ້າໝາຍໄລຍະຍາວ ນັ້ນແມ່ນ ສ້າງປະຊາຄົມພາກພື້ນສັນຕິພາບ, ສະຖຽນລະພາບ, ຮອບດ້ານ ແລະ ວັດທະນາຖາວອນ.
“ທີ່ຕັ້ງຂອງ Timor Leste ສ້າງຄອບຄົວ ອາຊຽນ ສົມບູນແບບ, ຢັ້ງຢືນຄືນພາລະກຳລວມ ແລະ ສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສາມັກຄີຂອງພາກພື້ນຂອງພວກເຮົາ. ຢູ່ໃນປະຊາຄົມ ອາຊຽນ, ການພັດທະນາ ແລະ ສິດເປັນເຈົ້າຍຸດທະສາດຂອງ Timor Leste ຈະໄດ້ຮັບການສະໜັບສະໜູນແບບຍືນຍົງ ແລະ ຍາວນານ”.
|
|
ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ຢູ່ ກຳປູເຈຍ ເມື່ອປີ 2022, ການນຳບັນດາປະເທດໄດ້ຕົກລົງເປັນເອກະພາບສະໜັບສະໜູນກ່ຽວກັບຫຼັກການຮັບເອົາ Timor Leste ເຂົ້າເປັນສະມາຊິກທີ 11 ຂອງກຸ່ມ ແລະ ມອບລະບຽບຂໍ້ກຳນົດເປັນນັກສັງເກດການໃຫ້ແກ່ປະເທດນີ້, ອະນຸຍາດໃຫ້ Timor Leste ເຂົ້າຮ່ວມທຸກກອງປະຊຸມຂອງ ອາຊຽນ, ລວມມີກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາເວທີປາໄສທີ່ກ່ຽວຂ້ອງ. ໃນອາຍຸການປະທານ ອາຊຽນ ປີ 2025 ຂອງ ມາເລເຊຍ, ບັນດາຄວາມມານະພະຍາຍາມຊຸກຍູ້ເລື່ອງຮັບຮອງ Timor Leste ເປັນສະມາຊິກຖາວອນ ໄດ້ຮັບການເພີ່ມທະວີ. ເລື່ອງກາຍເປັນສະມາຊິກທີ 11 ຂອງ ອາຊຽນ ໄດ້ເປີດອະນາຄົດໃໝ່ທີ່ເຕັມໄປດ້ວຍຄວາມໝັ້ນໝາຍກ່ຽວກັບການພັດທະນາເສດຖະກິດ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ທົ່ວໂລກ ໃຫ້ແກ່ Timor Leste. ທ່ານ Xanana Gusmao ນາຍົກລັດຖະມົນຕີ Timor Leste, ແບ່ງປັນວ່າ:
“ສຳລັບປະຊາຊົນ Timor Leste, ນີ້ບໍ່ພຽງແຕ່ແມ່ນເລື່ອງຫັນຄວາມຝັນໃຫ້ປະກົດຜົນເປັນຈິງເທົ່ານັ້ນ ຫາກຍັງຢັ້ງຢືນກຳລັງແຮງສຳລັບວິວັດທະນາການຂອງພວກຂ້າພະເຈົ້າ, ວິວັດທະນາການທີ່ເຕັມໄປດ້ວຍຄວາມອົງອາດກ້າແກ່ນ, ຄວາມຕັດສິນໃຈ ແລະ ຄວາມຫວັງ. ສຳລັບ ອາຊຽນ, ນີ້ແມ່ນການເຊື່ອມຕໍ່ຂອງວິໄສທັດກ່ຽວກັບຄອບຄົວບັນດາປະເທດທີ່ມີຄວາມສາມັກຄີ, ຄວາມຜູກພັນກັນຢ່າງແທ້ຈິງ ດ້ວຍບັນດາຄຸນຄ່າລວມ, ຄວາມຄາດຫວັງລວມ ແລະ ພາລະກຳລວມ”.
ຍົກສູງທີ່ຕັ້ງຂອງ ອາຊຽນ
ສຳລັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້, ເລື່ອງຮັບ Timor Leste ບໍ່ພຽງແຕ່ເປີດກວ້າງເຂດພູມີສາດການເມືອງ ແລະ ເສດຖະກິດຂອງ ອາຊຽນ ເທົ່ານັ້ນ, ຫາກຍັງສະແດງນ້ຳໃຈຜູກພັນ ແລະ ແບ່ງປັນໃນວິວັດທະນາການພັດທະນາພາກພື້ນ. ທ່ານ Beni Sukadis ນັກຊ່ຽວຊານ, ຜູ້ປະສານງານຂັ້ນສູງຂອງສະຖາບັນຄົ້ນຄວ້າດ້ານປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ, ຕີລາຄາສູງເລື່ອງຮັບ Timor Leste ເຂົ້າເປັນສະມາຊິກ ແມ່ນຂີດໝາຍໃຫ້ແກ່ລັກສະນະກວມລວມ ແລະ ອິດທິພົນຊື່ສຽງຂອງ ອາຊຽນ, ພ້ອມທັງເປັນສິ່ງພິສູດໃຫ້ແກ່ຄຳໝັ້ນສັນຍາສາມັກຄີໃນພາກພື້ນ ແລະ ວິໄສທັດກ່ຽວກັບປະຊາຄົມອາຊີຕາເວັນອອກສ່ຽງໃຕ້ຢ່າງແທ້ຈິງ. ຕາມທ່ານແລ້ວ, ສຳລັບ Timor Leste, ໃນຖານະເປັນສະມາຊິກ ອາຊຽນ ກໍ່ໄດ້ເປີດປະຕູເຊື່ອມໂຍງດ້ານເສດຖະກິດ, ຍົກສູງທີ່ຕັ້ງບົດບາດທາງການທູດ ແລະ ໂອກາດເຂົ້າຮ່ວມບັນດາຂອບເຂດການຮ່ວມມືຢ່າງເລິກເຊິ່ງໃນພາກພື້ນ. ຈາກມູມມອງຍຸດທະສາດ, “ສະມາຊິກທີ 11” ນີ້ ບໍ່ພຽງແຕ່ເປີດກວ້າງພູມມີສາດຂອງ ອາຊຽນ ໄປທາງທິດຕາເວັນອອກເທົ່ານັ້ນ, ຫາກຍັງເປີດກວ້າງຈິດໃຈຮ່ວມມື ແລະ ແບ່ງປັນ, ມຸ່ງໄປເຖິງປະຊາຄົມກວມລວມຢ່າງແທ້ຈິງ, ບ່ອນທີ່ບັນດາປະເທດພ້ອມກັນສ້າງອະນາຄົດລວມ.
ທັດສະນະດັ່ງກ່າວ ໂດຍທ່ານ Marty Natalegawa ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແບ່ງປັນ: ຕາມທ່ານແລ້ວ, ໃນອະດີດ ອາຊຽນ ເຄີຍແມ່ນເປົ້າໝາຍທີ່ດ້ອຍໂອກາດໃນບັນດາບັ້ນແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດໃນໂລກ. ເຖິງຢ່າງໃດກໍຕາມ, ອາຊຽນ ໄດ້ຄ່ອຍໆມີການປ່ຽນແປງພ້ອມກັບວິວັດການຂະຫຍາຍຂອງກຸ່ມ, ຈາກນັ້ນ ກໍເພີ່ມທະວີກຳລັງແຮງພາຍໃນ, ຊຸກຍູ້ບົດບາດເປັນໃຈກາງຂອງຕົນ ແລະ ເປັນເຈົ້າການເຂົ້າຮ່ວມການກຳນົດທິດສ້າງບັນດາຫຼັກການ ແລະ ຄວາມເປັນລະບຽບຮຽບຮ້ອຍລວມຂອງສາຍພົວພັນສາກົນ. ດັ່ງນັ້ນ, ເລື່ອງຮັບ Timor Leste ເຂົ້າເປັນສະມາຊິກ ອາຊຽນ ຈະສືບຕໍ່ຊຸກຍູ້ທີ່ຕັ້ງນີ້ຂອງ ອາຊຽນ.
“ໃນເບື້ອງຕົ້ນ, ອາຊຽນ ພຽງແຕ່ມີ 5 ສະມາຊິກ ແຕ່ຜ່ານຊຸມວັນເດືອນປີ, ອາຊຽນ ໄດ້ເປີດກວ້າງ ແລະ ຮັບ ຫວຽດນາມ, ລາວ, ມຽນມາ, ກຳປູເຈຍ ເຂົ້າເປັນສະມາຊິກ ໂດຍບໍ່ມີຄວາມຮູ້ສຶກຝ່າຍນີ້ໄຊຊະນະຝ່າຍນັ້ນໃດເລີຍ. ອາຊຽນ ພຽງແຕ່ຂະຫຍາຍຕົວ ແລະ ເຊື່ອມໂຍງ ແລະ ດຽວນີ້ Timor Leste ກໍໄດ້ເຂົ້າເປັນສະມາຊິກ ອາຊຽນ. ຂ້າພະເຈົ້າຄິດວ່າ ສິ່ງນີ້ໄດ້ສະແດງໃຫ້ເຫັນຄຸນທາດເປັນໜຶ່ງດຽວ ແລະ ມີລັກສະນະປັບຕົວຂອງ ອາຊຽນ, ເຊິ່ງເປັນເງື່ອນໄຂທີ່ມີຄວາມສຳຄັນຍິ່ງໃນໂລກທີ່ມີການປ່ຽນແປງຢ່າງວ່ອງໄວຄືໃນປັດຈຸບັນ”.
ໄປຄຽງຄູ່ກັບແງ່ມູມພູມີສາດການເມືອງແລ້ວ, ນັກຊ່ຽວຊານຫຼາຍທ່ານກໍຕີລາຄາເລື່ອງຮັບ Timor Leste ເປັນສະມາຊິກ ອາຊຽນ, ເຊິ່ງເປັນປະເທດທີ່ມີແຫຼ່ງຊັບພະຍາກອນທຳມະຊາດນ້ຳມັນທີ່ອຸດົມສົມບູນນັ້ນ, ກໍຈະເພີ່ມກຳລັງແຮງດ້ານເສດຖະກິດໃຫ້ແກ່ ອາຊຽນ ໃນສະພາບການເສດຖະກິດໂລກຂາດສະຖຽນລະພາບຄືໃນປັດຈຸບັນ. ໂດຍລວມແລ້ວ, ສຳລັບ ອາຊຽນ ນີ້ແມ່ນບາດກ້າວປັບປຸງຖານະບົດບາດ ແລະ ຄວາມດູດດື່ມ, ແຕ່ກໍຮຽກຮ້ອງຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການໜູນຊ່ວຍ Timor Leste ຕອບສະໜອງມາດຕະການກ່ຽວກັບລະບອບລະບຽບການ ແລະ ພະລັງງານການບໍລິຫານ./.




