logo

ລັດ​ເຊຍ​ພ້ອມ​ທີ່​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ ອາ​ເມ​ລິ​ກາ ຢູ່​ລະ​ດັບ​ເໝາະ​ສົມ

2026/3/30 | 08:28:55
(VOVWORLD) - ທ່ານໂຄສົກວັງ Kremlin ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສືບຕໍ່ຊຸກຍູ້ການໂອ້ລົມສົນທະນາຢູ່ລະດັບເໝາະສົມກັບຄວາມພ້ອມຂອງຝ່າຍອາເມລິກາ, ພ້ອມທັງຈະລາຍງານເນື້ອໃນບັນດາການພົບປະ ເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ວັນທີ 29 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin, ໃຫ້ຮູ້ວ່າ ລັດເຊຍ ຕີລາຄາສູງການເດີນທາງໄປປະຕິບັດງານຢູ່ ອາເມລິກາ ຂອງຄະນະຜູ້ແທນ ແຫ່ງຊາດ Duma ລັດເຊຍ ແລະ ຖືນີ້ແມ່ນບາດກ້າວເດີນສຳຄັນເພື່ອແນໃສ່ຟື້ນຟູການໂອ້ລົມສົນທະນາສອງຝ່າຍ ເຊິ່ງຖືກຫຼຸດລົງຢູ່ລະດັບຕຳສຸດໃນຫຼາຍປີຜ່ານມາ. ຕາມທ່ານ Dmitry Peskov ແລ້ວ, ໃນສະພາບການພົວພັນ ລັດເຊຍ - ອາເມລິກາເບິ່ງຄືວ່າ ຢຸດສະຫງັກໃນທຸກຂົງເຂດ, ບັນດາການພົບປະເບື້ອງຕົ້ນລະຫວ່າງສອງຝ່າຍ ເຖິງວ່າຍັງມີຄວາມລະມັດລະວັງແຕ່ມີຄວາມໝາຍຍິ່ງໃຫຍ່ ແລະ ອາດສາມາດປະກອບສ່ວນຊຸກຍູ້ການຟື້ນຟູການພົວພັນສອງຝ່າຍ”. ທ່ານໂຄສົກວັງ Kremlin ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສືບຕໍ່ຊຸກຍູ້ການໂອ້ລົມສົນທະນາຢູ່ລະດັບເໝາະສົມກັບຄວາມພ້ອມຂອງຝ່າຍອາເມລິກາ, ພ້ອມທັງຈະລາຍງານເນື້ອໃນບັນດາການພົບປະ ເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

TAG
VOV/VOVworld/ອາ​ເມ​ລິ​ກາ/ລັດ​ເຊຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ