logo

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

2025/12/8 | 15:33:30
(VOVWORLD) - ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

ກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 7 ທັນວາຢູ່ນະຄອນຫຼວງ New Delhi, ປະເທດອິນເດຍ. ໃນ 6 ວັນຈັດກອງປະຊຸມ, ຄະນະກຳມະການຈະພິຈາລະນາເພື່ອສະເໜີ 68 ມໍລະດົກໂດຍ 78 ປະເທດຍື່ນສະເໜີເພື່ອຈົດຊື່ ເຂົ້າບັນຊີລາຍຊື່ຂອງ ສົນທິສັນຍາ.

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ. ສິ່ງສຳຄັນທີ່ສຸດແມ່ນສ່ອງແສງໄດ້ບັນດາຄວາມມານະພະຍາຍາມໃນການປະຕິບັດເພື່ອປົກປັກຮັກສາມໍລະດົກ. ປັດຈຸບັນ, ມີທັງໝົດ 788 ມໍລະດົກຢູ່ 150 ປະເທດໄດ້ຮັບການຢັ້ງຢືນເປັນມໍລະດົກໂລກ.

ຄາດວ່າ, ໃນກອງປະຊຸມຄັ້ງທີ 20ນີ້, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຈະພິຈາລະນາເອກະສານເພື່ອສະເໜີມໍລະດົກອາຊີບເຮັດພາບພື້ນເມືອງ ດົ່ງໂຮ່ຂອງ ຫວຽດນາມແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນຂອງມວນມະນຸດ.

TAG
VOV/VOVworld/UNESCO/​ພາບ​ພື້ນ​ເມືອງ/ດົງ​ໂຮ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ