logo

UNESCO ໄດ້ຮັບ​ຮອງ​ເອົາ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ຮ່ຳ​ຮຽນ​ທົ່ວ​ໂລກ”

2025/12/5 | 09:19:00
(VOVWORLD) - ນາມມະຍົດນີ້ແມ່ນການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ກັບບັນດາຄວາມມານະພະຍາຍາມທີ່ໝັ້ນໜຽວ, ມີຫົວຄິດປະດິດສ້າງຂອງນະຄອນຮ່າໂນ້ຍ ໃນການສ້າງສັງຄົມແຫ່ງການຮ່ຳຮຽນທີ່ຮອບດ້ານ ເຊິ່ງແມ່ນບ່ອນທີ່ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດຮ່ຳຮຽນຕະຫຼອດຊີວິດ
ພາບປະກອບ: VOV

ວັນທີ 4 ທັນວາ, UNESCO ໄດ້ປະກາດເອົາ 72 ນະຄອນ ຂອງ 46 ປະເທດ ໄດ້ຮັບຮູ້ແມ່ນສະມາຊິກເຄືອຂ່າຍບັນດານະຄອນ ຮ່ຳຮຽນທົ່ວໂລກຂອງ UNESCO ເປັນທາງການ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍຂອງ ຫວຽດນາມ. ນາມມະຍົດນີ້ແມ່ນການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ກັບບັນດາຄວາມມານະພະຍາຍາມທີ່ໝັ້ນໜຽວ, ມີຫົວຄິດປະດິດສ້າງຂອງນະຄອນຮ່າໂນ້ຍ ໃນການສ້າງສັງຄົມແຫ່ງການຮ່ຳຮຽນທີ່ຮອບດ້ານ ເຊິ່ງແມ່ນບ່ອນທີ່ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດຮ່ຳຮຽນຕະຫຼອດຊີວິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ. ການເຂົ້າຮ່ວມເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກ ຈະຊ່ວຍໃຫ້ນະຄອນຫຼວງຮ່າໂນ້ຍ ມີໂອກາດແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນປະສົບການດ້ວຍບັນດານະຄອນຮ່ຳຮຽນອື່ນໆໃນທົ່ວໂລກແລະ ກັບບັນດານັກຊ່ຽວຊານແຖວໜ້າໂລກກ່ຽວກັບການສຶກສາຕື່ມອີກ.

TAG
VOV/VOVworld/UNESCO/​ຮ່າ​ໂນ້ຍ/​ສະ​ມາ​ຊິກ/​ນະ​ຄອນ​ຮ່ຳ​ຮຽນ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ