logo

UOB ຍົກລະດັບການຄາດຄະເນການເຕີບໂຕ GDP ຫວຽດນາມ ປີ 2025 ຂຶ້ນເປັນ 7,7%

2025/11/12 | 07:15:47
(VOVWORLD) - ຕາມບົດລາຍງານຂອງ UOB, ໝາກຜົນການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2025 ມາຮອດປະຈຸບັນໄດ້ລື່ນກາຍຄາດຫວັງ
(ພາບປະກອບ: VGP)

ການເຕີບໂຕທັງປີຂອງ ຫວຽດນາມ ອາດສາມາດບັນລຸລະດັບ 7,7%. ນີ້ແມ່ນການຄາດຄະເນໂດຍທະນາຄານ UOB (ສິງກະໂປ) ຍົກອອກມາໃນບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ ໄຕມາດທີ 4 ປີ 2025 ທີ່ປະກາດໃນວັນທີ 10 ພະຈິກ.

ຕາມບົດລາຍງານຂອງ UOB, ໝາກຜົນການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2025 ມາຮອດປະຈຸບັນໄດ້ລື່ນກາຍຄາດຫວັງ, ໂດຍບໍ່ຫົວຊາຕໍ່ຄວາມສ່ຽງຈາກນະໂຍບາຍພາສີຂອງ ອາເມລິກາ. ດ້ວຍລະດັບເຕີບໂຕ 7,85% ໃນ 3 ໄຕມາດທຳອິດຂອງປີ 2025, ແງ່ຫວັງຂອງທັງປີຍັງຕັ້ງໜ້າຢູ່. ສະນັ້ນ, UOB ໄດ້ດັດປັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ຈາກລະດັບ 7,5% ກ່ອນໜ້ານັ້ນຂຶ້ນເປັນ 7,7%. ດ້ານອື່ນ, UOB ກໍ່ຄາດຄະເນວ່າ ທ້າຍປີ, ຫວຽດນາມ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ແລະ ພາສີອາກອນ, ສະນັ້ນ, UOB ຍັງຮັກສາລະດັບການຄາດຄະເນການເຕີບໂຕໃນໄຕມາດທີ 4 ປີ 2025 ຂອງ ຫວຽດນາມ ຢູ່ລະດັບ 7,2%.

TAG
VOV/VOVworld/​ເຄັ່ງ​ຕຶງ/​ການ​ຄ້າ/ພາ​ສີ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ