logo

Unitel ວາງເປົ້າໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຢູ່ ລາວ

2025/2/2 | 08:00:00
(VOVWORLD) - ຍຸດທະສາດເປັນແກ່ນສານຂອງ Unitel ແມ່ນທຸກການເຄື່ອນໄຫວລ້ວນແຕ່ມຸ່ງໄປເຖິງການນຳຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ປະຊາຊົນ ແລະ ລັດຖະບານ ລາວ.
ປະຈຸບັນ, Unitel ພວມສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 27.000 ຄົນ
(ພາບ: kinhtedothi.vn)

ໃນຊຸມປີມໍ່ໆມານີ້ິ້, ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລາວ ໄດ້ ແລະ ພວມຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ. ພິເສດ, ໄລ່ໝົດປີ 2024, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດລົງທຶນໃຫຍ່ສຸດຢູ່ ລາວ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 191,1 ລ້ານ USD, ສຸມໃສ່ບັນດາຂົງເຂດສຳຄັນ, ຄື: ການເງິນ - ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້, ການຂຸດຄົ້ນແຮ່ທາດ… ໃນນັ້ນ, ຂົງເຂດໂທລະຄົມມະນາຄົມພວມກາຍເປັນໜຶ່ງໃນບັນດາຂະແໜງຈຸດສຸມສຳຄັນ, ປະກອບສ່ວນຊຸກຍູ້ການພັດທະນາຂອງ ລາວ.

ໃນຂົງເຂດໂທລະຄົມມະນາຄົມ, Viettel ເລີ່ມລົງມືຢູ່ ລາວ ແຕ່ເດືອນ ກຸມພາ 2008 ຕາມຮູບແບບຮ່ວມທຸລະກິດ, ໃນນັ້ນ, Viettel ກວມເອົາ 49%, ຄູ່ຮ່ວມມື Lao Asia Telecom (LAT) - ລັດຖະບານ ລາວ ກວມເອົາ 51% ດ້ວຍເຄື່ອງໝາຍການຄ້າ Unitel. ພາຍຫຼັງດຳເນີນທຸລະກິດເປັນເວລາ 15 ປີ, ມາຮອດປະຈຸບັນ, Unitel ໄດ້ຢັ້ງຢືນທີ່ຕັ້ງຢ່າງໝັ້ນຄົງແມ່ນວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດ, ແມ່ນໜຶ່ງໃນບັນດາບໍລິສັດມອບພັນທະເຂົ້າງົບປະມານຫຼາຍທີ່ສຸດ, ເຊິ່ງພັກ ແລະ ລັດຖະບານ 2 ປະເທດຮັບຮູ້ເປັນແບບຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ.

ທ່ານ ຫງວຽນແທັງເລິມ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ
(ພາບ: vietnamnet.vn)

ປະຈຸບັນ, Unitel ພວມສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 27.000 ຄົນ, ໃນນັ້ນມີຜູ້ອອກແຮງງານໃນລະບົບ 1.500 ຄົນ, ຜູ້ຮ່ວມງານ 1.500 ຄົນ ແລະ ສະຖານທີ່ວາງຂາຍປະມານ 24.000 ແຫ່ງໃນທົ່ວປະເທດ, ປະກອບສ່ວນຮັບປະກັນຊີວິດສັງຄົມໃຫ້ແກ່ປະເທດ ລາວ. ທ່ານ ຫງວຽນແທັງເລິມ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

“ໃນຂົງເຂດຮ່ວມມືດ້ານຖະແຫຼງຂ່າວ ແລະ ການສື່ສານ, ໂດຍສະເພາະແມ່ນໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ມວນຊົນ ໄດ້ບັນລຸຫຼາຍໝາກຜົນທີ່ໜ້າເອກອ້າງທະົງໃຈ. ບັນດາກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ, ຄື: Viettel, VNPT, FPT ໄດ້ລົງທຶນນັບພັນຕື້ດົ່ງເຂົ້າປະເທດ ລາວ, ປະກອບສ່ວນນຳປະເທດ ລາວ ກາຍເປັນປະເທດມີການປົກຄຸມຄືນໂທລະສັບມືຖືດີ່ທີສຸດຢູ່ ອາຊີຕາເວັນອອກສຽງໃຕ້, ສະໜອງການບໍລິການອິນເຕີເນັດໃຫ້ປະຊາຊົນໝົດທຸກຄົນ”.

ທ່ານ ເຈິ່ນຈຸງຮືງ, ອະດີດຜູ້ອຳນວຍການໃຫຍ່ບໍລິສັດ Unitel
(ພາບ: baotintuc.vn)
 

ປະຈຸບັນ, Unitel ພວມກວມເອົາ 57% ອັດຕາສ່ວນໃນຕະຫຼາດ, ປະຊາຊົນໄດ້ນຳໃຊ້ການບໍລິການໂທລະຄົມ ເພີ່ມຂຶ້ນແຕ່ 18% ຂຶ້ນເປັນ 100% ຈຳນວນປະຊາກອນ. ສ່ວນ ລາວ ກາຍເປັນໜຶ່ງໃນບັນດາປະເທດມີອັດຕາຜູ້ຊົມໃຊ້ໄດ້ນຳໃຊ້ອິນເຕີເນັດຄວາມໄວສູງດີທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. Unitel ກໍ່ແມ່ນເຄືອຂ່າຍໂທລະຄົມທຳອິດທີ່ທົດລອງ 5G ຢູ່ ລາວ. ທ່ານ ເຈິ່ນຈຸງຮືງ, ອະດີດຜູ້ອຳນວຍການໃຫຍ່ບໍລິສັດ Star Telecom (Unitel) ຢູ່ ລາວ, ໃຫ້ຮູ້ວ່າ:

“ເມື່ອພວກຂ້າພະເຈົ້າຜັນຂະຫຍາຍບັນດາການບໍລິການໄປເຖິງປະຊາຊົນ ແລະ ໄດ້ຮັບການຕອບຮັບ, ສະໜັບສະໜູນຈາກປະຊາຊົນ ແລະ ບັນດາກະຊວງ, ຄະນະ, ຂະແໜງການຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກທີ່ສຸດ. ພວຂ້າພະເຈົ້າໄດ້ດຳເນີນທຸລະກິດຢູ່ຫຼາຍປະເທດ, ໃນນັ້ນ, ການດຳເນີນທຸລະກິດຢູ່ ລາວ ແມ່ນມີຄວາມສະດວກຫຼາຍກວ່າໝູ່, ນັ້ນແມ່ນຍ້ອນສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ”.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສີວິໄລຮ່ວມກັນ)

Unitel ໄດ້ວາງເປົ້າໝາຍຮອດປີ 2025 ກາຍເປັນກຸ່ມບໍລິສັດນຳໜ້າຢູ່ ລາວ, ໃນນັ້ນ ໂທລະຄົມມະນາຄົມແມ່ນການບໍລິການຈຸດສຸມ. Unitel ວາງເປົ້າໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຢູ່ ລາວ, ເຂົ້າຮ່ວມຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກດ້ານເສດຖະກິດຂອງ ລາວ, ໃນນັ້ນ, ບັນດາການບໍລິການການເງິນດີຈີຕອນ, ການຫັນການຄ້າເປັນດີຈີຕອນ, ການແພດ, ສາທາລະນະສຸກ, ກະສິກຳ ຈະແມ່ນກຳລັງໜູນເຕີບໂຕຕົ້ນຕໍໃນອະນາຄົດ. ເປົ້າໝາຍຮອດປີ 2025 ລາຍຮັບບັນລຸກວ່າ 306 ລ້ານ USD, ສືບຕໍ່ຢັ້ງຢືນເປັນແບບຢ່າງໃນການຮ່ວມມືເສດຖະກິດລະຫວ່າງ 2 ພັກ, 2 ລັດ ເວົ້າລວມ ແລະ ລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດເວົ້າສະເພາະ. ທີ່ກອງປະຊຸມການຮ່ວມມືລົງທຶນ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສີວິໄລຮ່ວມກັນ”, ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ໃນວັນທີ 09 ມັງກອນ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

“ພວກເຮົລົງທຶນໃຫ້ແກ່ກັນ ບໍ່ພຽງແຕ່ແມ່ນການດຳເນີນທຸລະກິດ, ການຜະລິດ, ການຄ້າເທົ່ານັ້ັ້ນ, ນີ້ຍັງແມ່ນນ້ຳໃຈ, ໜ້າທີ່ຄວາມຮັບຜິດຊອບ, ຄວາໄວ້ເນື້ອເຊື່ອໃຈ, ແມ່ນການຕອບຸນແທນຄຸນຕໍ່ລຸ້ນກ່ອນ. ສະນັ້ນ, ຂ້າພະເຈົ້າຮຽກຮ້ອງວິສາຫະກິດຂອງ 2 ປະເທດສືບຕໍ່ລົງທຶນ, ດຳເນີນລະກິດດ້ວຍຄວາມສຸດຈິດສຸດໃຈ ແລະ ຄວາມສາມາດທີ່ຕົນມີ. ບັນດາສິ່ງທີ່ຍັງຕິດຄັດ, ກີດຂວາງຕ້ອງສະເໜີເພື່ອໃຫ້ລັດຖະບານ 2 ປະເທດ ຈະຊີ້ນຳບັນດາກະຊວງ, ຂະແໜງການ ເພື່ອບໍ່ໃຫ້ຊັກຊ້າ, ເສຍເວລາ, ໂອກາດ ແລະ ຄວາມໄວ້ເນື້ອເຊື່ອໃຈ. ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບ, ການຕອບບຸແທນຸນ ແລະ ສະແດງໃຫ້ເຫັນການເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ຂອງ 2 ປະເທດ, ຫາກບໍ່ມີຢູ່ໃນໂລກອີກ”.

ປີ 2025 ໄດ້ຮັບຖືວ່າເປັນປີບານພັບ, ແມ່ນປີບຸກທະລຸເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສັນຍາຮ່ວມມື 2 ຝ່າຍໄລຍະ 2021 – 2025, ພ້ອມກັນນັ້ນ, ກໍ່ສ້າງພື້ນຖານໃຫ້ແກ່ບັນດາການກຳນົດທິດຮ່ວມມືໃໝ່ໃນໄລຍະພັດທະນາຕໍ່ໆໄປ. ຍຸດທະສາດເປັນແກ່ນສານຂອງ Unitel ແມ່ນທຸກການເຄື່ອນໄຫວລ້ວນແຕ່ມຸ່ງໄປເຖິງການນຳຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ປະຊາຊົນ ແລະ ລັດຖະບານ ລາວ.

TAG
VOV/VOVworld/ບໍລິການ/ການເງິນ/ດີຈີຕອນ/ການຄ້າ/Unitel

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ