logo

ຄວາມ​ມຸ່ງ​ຫວັງ​ກາຍ​ເປັນ “​ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານ​ການ​ທ່ອ​ງ​ທ່ຽວ​ຢູ່ ​ອາ​ຊີ” ຂອງ​ຟີ​ລິບ​ປິນ

2026/3/30 | 03:46:28
(VOVWORLD) - ຟີລິບປິນ ຫາກໍ່ເປີດນຳໃຊ້ເຂດທ່ອງທ່ຽວຜ່ານແດນ (Transit tour) ແລະ ການທ່ອງທ່ຽວ ທາງການແພດ (Medical Tourism) ແຫ່ງທຳອິດຢູ່ ອາຄານຜູ້ໂດຍສານເລກທີ 3 ສະໜາມບິນສາກົນ Ninoy Aquino (NAIA) ເພື່ອແນໃສ່ຫັນການບໍລິການເປັນທັນສະໄໝ, ສ້າງໂອກາດເພື່ອໃຫ້ແຂກທ່ອງທ່ຽວຊົມໃຊ້, ຊອກຮູ້ວັດທະນະທຳ, ມໍລະດົກ ແລະ ຊາວຟີລິບປິນ. ນີ້ແມ່ນບາດກ້າວເດີນຫຼ້າສຸດໃນວິວັດການຜັນຂະຫຍາຍແຜນການກາຍເປັນ “ປະເທດມະຫາອຳນາດດ້ານການທ່ອງທ່ຽວຢູ່ ອາຊີ” ເຊິ່ງລັດຖະບານປະເທດນີ້ວາງອອກໃຫ້ໄລຍະ 2023 – 2028. ພິເສດເມື່ອ ຟີລິບປິນ ກະກຽມຮັບດຳລົງຕຳແໜ່ງເປັນປະທານ ອາຊຽນໃນ ປີ 2026, ນີ້ແມ່ນໂອກາດທອງເພື່ອໃຫ້ປະເທດນີ້ຫັນເປົ້າໝາຍທີ່ເຕັມໄປດ້ວຍຄວາມມຸ່ງຫວັງເຊິ່ງໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ. ຕໍ່ໄປເຊີນເພື່ອນຊອກຮູ້ກ່ຽວກັບຍຸດທະສາດນີ້ຂອງຟີລິບປິນ ຜ່ານທັດສະນະຂອງ ຟ້າມຮ່າ, ນັກຂ່າວ  ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ, ຮັບຜິດຊອບພາກພື້ນ ອາຊຽນ.

ຟີລິບປິນ ມີຊີ່ສຽງດ້ວຍບັນດາຫາດຊາຍທີ່ສວຍງາມ 

ໜຶ່ງໃນບັນດາຂໍ້ມູນຫຼ້າສຸດກ່ຽວກັບຂະແໜງການທ່ອງທ່ຽວ ຟີລິປິນ ແມ່ນປະເທດນີ້ຫາກໍ່ໄດ້ຮັບເຊີດຊູຢູ່ພິທີມອບລາງວັນ TripZilla Excellence Awards  ຄັ້ງທີ 11ວ່າ, ແມ່ນສະຖານທີ່ທ່ອງທ່ຽວສຳລັບຜູ້ພັກບຳນານດີທີ່ສຸດຢູ່ ອາຊີ. ບໍ່ພຽງແຕ່ໄວໜຸ່ມເທົ່ານັ້ນ ຫາກການຕີລາຄາຂອງຜູ້ມີອາຍຸສູງ (ຜູ້ທີ່ເອົາໃຈຍາກ)ນັ້ນ ກໍ່ເປັນການພິສູດໃຫ້ເຫັນການແກ້ງແຍ້ງທີ່ນັບມື້ນັບເພີ່ມຂຶ້ນຂອງ ຟີລິບປິນ ດ້ວຍຖານະ ເປັນແດນສະຫວັນແຫ່ງການພັກຜ່ອນບຳລຸງສຸຂະພາບ.

ດ້ວຍເກາະກວ່າ 7.000 ເກາະ, ຟີລິບປິນ ດຶງດູດບັນດາແຂກທ່ອງທ່ຽວດ້ວຍບັນດາຫາດຊາຍທະເລທີ່ສວຍງາມລະດັບໂລກ ພ້ອມກັບການຊອກຮູ້ວັດນະທະທຳ ແລະ ປະຫວັດສາດທີ່ອຸດົມສູມບູນ. ບັນດາຜູ້ຄົນທີ່ຮັກທຳມະຊາດຈະຊອກເຫັນບັນດາມໍລະດົກໂລກໂດຍ UNESCO ຮັບຮອງເອົາ, ບັນດາສິ່ງມະຫັດສະຈັນກ່ຽວກັບທຳມະຊາດ ແລະ ສັດປ່າທີ່ຫາຍາກ. ນອກຈາກນັ້ນ, ລັດຖະບານ ຟີລິບປິນ ຍັງມີບັນດານະໂຍບາຍອອກວິຊາການທ່ອງທ່ຽວທີ່ມີໄຫວພິບ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍ, ດ້ວຍບັນດາເງື່ອນໄຂບຸລິມະສິດທີ່ໜ້າຈັບໃຈ. ນັກຂ່າວ ຟ້າມຮ່າ ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ:

ແຜນການພັດທະນາການທ່ອງທ່ຽວແຫ່ງຊາດ ຟີລິບປິນ 2023 – 2028, ດ້ວຍບັນດາເປົ້າໝາຍ ບໍ່ພຽງແຕ່ປັບປຸງພື້ນຖານໂຄງລ່າງ ແລະ ຄວາມສາມາດເຂົ້າເຖິງການທ່ອງທ່ຽວ; ຫັນການທ່ອງທ່ຽວເປັນດີຈີຕອນ ແລະ ເຊື່ອມຕໍ່ຢ່າງຮອບດ້ານເທົ່ານັ້ນ ຫາກຍັງຍົກສູງຄຸນນະພາບການບໍລິການຮັບໃຊ້ແຂກທ່ອງທ່ຽວອີກດ້ວຍ, ເພື່ອຫັນເປົ້າໝາຍທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງໂດຍໄວ.

ປີ 2025, ກະຊວງການທ່ອງທ່ຽວ ຟີລິບປິນ ໄດ້ປະກາດແຜນການຊຸກຍູ້ເປົ້າໝາຍດ້ວຍວິທີສຸມໃສ່ມໍລະດົກ ແລະ ວັດທະນະທຳ. ລັດຖະບານໄດ້ວາງອອກວິທີການເຂົ້າເຖິງຍຸດທະສາດປະມວນການທ່ອງທ່ຽວມໍລະດົກ ແລະ ວັດທະນະທຳກັບການພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ. ການພັດທະນາພື້ນຖານໂຄງລ່າງແມ່ນປັດໄຈສຳຄັນໃນຍຸດທະສາດການທ່ອງທ່ຽວຂອງ ຟີລິບປິນ. ດ້ວຍເສັ້ນທາງການທ່ອງທ່ຽວ 700 ກວ່າກີໂລກແມັດ ພວມໄດ້ຮັບການກໍ່ສ້າງໃນທົ່ວປະເທດ, ປັບປຸງຄວາມສາມາດໃນການເຂົ້າເຖິງບັນດາສະຖານທີ່ທ່ອງທ່ຽວຢູ່ຫ່າງໄກ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການໄປມາຂອງແຂກທ່ອງທ່ຽວ ແລະ ຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດຢູ່ບັນດາເຂດທີ່ຍັງບໍ່ທັນໄດ້ຮັບການຄົ້ນຫາ. ການຫັນສະໜາມບິນ Bohol ເປັນເອກະຊົນກໍ່ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ຟີລິບປິນ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ຊ່ວຍເປີດກວ້າງສະມັດຕະພາບຂອງສະໜາມບິນ, ອະນຸຍາດໃຫ້ມີຫຼາຍຖ້ຽວບິນກວ່າ ແລະ ດັ່ງນັ້ນ, ກໍ່ຈະດຶງດູດແຂກທ່ອງທ່ຽວໃນພາກພື້ນຫຼາຍກວ່າອີກ. ນັກຂ່າວຟ້າມຮ່າ ໃຫ້ຮູ້ຕື່ມອີກວ່າ:

ລັດຖະບານ ຟີລິບປິນ ກໍ່ເພີ່ມທະວີຄວາມສາມາດໃຫ້ແກ່ວົງຄະນະຍາດທ້ອງຖິ່ນຜ່ານບັນດາໂຄງການທ່ອງທ່ຽວຄື ທົດສອບແຊ້ມປ້ຽນທ່ອງທ່ຽວ(TCC), ໂຄງການທ່ອງທ່ຽວ ຟີລິບປິນ (PEP) … ສະໜອງບັນດາ tour ທ່ອງທ່ຽວວັດທະນະທຳແນະນຳບັນດາມູນເຊື້ອ, ສິລະປະ ແລະ ປະຫວັດສາດທີ່ເປັນເອກະລັກສະເພາະຂອງບັນດາເຂດພາກໃນປະເທດ. ປີ 2024, ຂະແໜງການທ່ອງທ່ຽວປະກອບເງິນຈຳນວນ 3.860 ຕື້ peso, ທຽບເທົ່າກັບເກືອບ 9% ຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດ ແລະ ໜູນຊ່ວຍ 6,75 ລ້ານວຽກເຮັດງານທຳ.

ສຳລັບຂະແໜງການທ່ອງທ່ຽວ ຟີລິບປິນ, ຄາດວ່າຈະ “ຟື້ນຟູຢ່າງແຮງ” ໃນປີ 2026, ດ້ວຍຈຳນວນແຂກທ່ອງທ່ຽວຕ່າງປະເທດອາດຈະບັນລຸ 6,3 ລ້ານເທື່ອຄົນ. ການຄາດຄະເນດັ່ງກ່າວແມ່ນອີງໃສ່ການປັບປຸງການເຊື່ອມຕໍ່ ແລະ ເປີດກວ້າງບັນດາສາຍການບິນຢູ່ຕະຫຼາດພາຍໃນ, ພາກພື້ນ ແລະ ສາກົນ, ເລື່ອງຜັນຂະຫຍາຍການອອກວິຊາເອເລັກໂຕນິກໃຫ້ແກ່ແຂກທ່ອງທ່ຽວ ຈີນ ແລະ ການຫັນເປົ້າໝາຍແຂກທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ. ໃນຖານະເປັນປະທານອາຊຽນ 2026, ຟີລິບປິນ ຈະສວມບົດບາດສຳຄັນໃນການນຳພາການຮ່ວມມືດ້ານການທ່ອງທ່ຽວໃນພາກພື້ນ.

ປະເທດນີ້ຈະເປັນເຈົ້າພາບຈັດຕັ້ງເວທີປາໄສການທ່ອງທ່ຽວ ອາຊຽນ (ATF) ຢູ່ Cebu ແລະ ຈັດຕັ້ງກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ, ເຊິ່ງແມ່ນສະຖານທີ່ຄາດວ່າຈະປະກາດແຜນການກະທຳຍຸດທະສາດການທ່ອງທ່ຽວ ອາຊຽນ ໃໝ່. ນີ້ຈະແມ່ນຂອບເຂດສຳຄັນໃນການກຳນົດທິດເພື່ອໃຫ້ບັນດາປະເທດສະມາຊິກປະສານສົມທົບກັນຢ່າງແໜ້ນແຟ້ນກວ່າໃນການພັດທະນາ, ຄຸ້ມຄອງ ແລະ ໂຄສະນາການທ່ອງທ່ຽວໃນໄລຍະຈະມາເຖິງ.

TAG
VOV/VOVworld/ຟີ​ລິ​ປິນ/ການ​ທ່ອງ​ທ່ຽວ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ