logo

Unitel ສະ​ເຫຼີມ​ສະ​ຫຼອງ 10 ປີ ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ລາວ

2019/10/24 | 09:09:00
(VOVWORLD) -ຕາມນັກຂ່າວ vov ປະຈຳ ສປປ.ລາວ ແລ້ວ, ຕອນຄ່ຳວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ປະເທດລາວ, ບໍລິສັດ Star Telecom Unitel - ຮ່ວມທຸລະກິດລະຫວ່າງ ກຸ່ມບໍລິສັດ Viettel (ຫວຽດນາມ) ແລະ Lao Asia Telecom (ລາວ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີ ແຫ່ງການດຳເນີນທຸລະກິດ ຢູ່ ລາວ ແລະ ຕ້ອນຮັບ ລາງວັນອັນສູງສຸດຫຼາຍຢ່າງຈາກສອງປະເທດ ຫວຽດນາມ - ລາວ.
 ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ມອບຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຫຼຽນໄຊພັດທະນາຊັ້ນໜຶ່ງ ໃຫ້ແກ່ບໍລິສັດ Star Telecom (ພາບ: nhandan.com.vn)

ເຂົ້າຮ່ວມພິທີມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ, ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຕ່າງໆ ຂອງ ລາວ, ແລະ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ, ການນຳກຸ່ມບໍລິສັດ Viettel  ແລະ ພະນັກງານ, ພາລະກອນ ບໍລິສັດ Viettel ເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ລິວແມັ້ງຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດ Unitel ໃຫ້ຮູ້ວ່າ: ພາຍຫຼັງດຳເນີນມາເປັນເວລາ 10 ປີ, ປັດຈຸບັນ Viettel ໄດ້ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມທີ່ມີລະດັບເທົ່າທຽບກັບພາກພື້ນ ແລະ ໂລກ, ລວມມີຄວາມຖີ່ຂອງເຄືອຂ່າຍອິນເຕີແນັດ ໂທລະສັບມືຖື 3G, 4G, 4.5G ປົກຄຸມ 100% ຂອງແຂວງ, ນະຄອນຂອງລາວ…ໜູນຊ່ວຍໃຫ້ແກ່ປະຊາຊົນລາວຫຼາຍລ້ານຄົນໄດ້ສຳຜັດກັບໂທລະຄົມມະນາຄົມ, ລົບລ້າງໄລຍະຫ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊຸກຍູ້ເສດຖະກິດສັງຄົມພັດທະນາ. ປະກອບສ່ວນເຂົ້າງົບປະມານຂອງ ລາວ ເກືອບ 650 ລ້ານ USD, ສ້າງວຽກເຮັດງານທຳໃຫ້ແກ່ ຜູ້ອອກແຮງງານ 2000 ຄົນ ຢ່າງເປັນທາງການ ແລະ ແຮງງານບໍ່ເປັນທາງການກ່ວາ 20.000ຄົນ.

        ເນື່ອງໃນໂອກາດນີ້, Unitel ໄດ້ເປັນກຽດຕ້ອນຮັບຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຫຼຽນໄຊພັດທະນາຊັ້ນໜຶ່ງຂອງ ລັດລາວ ແລະ ຫຼຽນໄຊແຮງງານຊັ້ນ 3 ຂອງ ລັດ ຫວຽດນາມ ເປັນການຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ບໍລິສັດ ໃຫ້ແກ່ການພັດທະນາຂອງປະເທດລາວ.

ນັກຂ່າວ vov ປະຈຳ ລາວ

TAG
VOV/VOVworld/ຫວຽດ​ນາມ/ລາວ/Unitel

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ