logo

VOV ປຸກລະດົມການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ

2025/10/4 | 08:50:34
(VOVWORLD) - ໃນໄລຍະຜ່ານມາ, VOV ໄດ້ສຸມໃສ່ເປັນຢ່າງສູງໃຫ້ແກ່ວຽກງານໂຄສະນາການປ້ອງກັນ, ຕ້ານພາຍຸ; ສົ່ງສານການຊີ້ນຳຂອງລັດຖະບານກ່ຽວກັບໜ້າທີ່ຮັບມືກັບໄພທຳມະຊາດຢ່າງຄົບຖ້ວນ, ທັນການ…
(ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງ VOV ສືບຕໍ່ມີບັນດາການເຄື່ອນໄຫວແບ່ງປັນກັບປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ, ນ້ຳແກ່ງຖ້ວມ)

        ໂດຍຕອບສະໜອງຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດພິທີປຸກລະດົມການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ, ໂດຍທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ເປັນປະທານ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂດ້ຕຽນຊີ້ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, VOV ໄດ້ສຸມໃສ່ເປັນຢ່າງສູງໃຫ້ແກ່ວຽກງານໂຄສະນາການປ້ອງກັນ, ຕ້ານພາຍຸ; ສົ່ງສານການຊີ້ນຳຂອງລັດຖະບານກ່ຽວກັບໜ້າທີ່ຮັບມືກັບໄພທຳມະຊາດຢ່າງຄົບຖ້ວນ, ທັນການ… ທ່ານເນັ້ນໜັກວ່າ: ພາຍຫຼັງພິທີປຸກລະດົມນີ້, ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງ VOV ຈະສືບຕໍ່ມີບັນດາການເຄື່ອນໄຫວແບ່ງປັນກັບປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ, ນ້ຳແກ່ງຖ້ວມ.

        “ຕາມຄຳຮຽກຮ້ອງຂອງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ກໍຄືຄວາມຕັດສິນໃຈປະຕິບັດໜ້າທີ່ການເມືອງໃຫ້ເປັນຢ່າງດີ, ເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆທີ່ຂັ້ນເທິງປຸກລະດົມດ້ວຍ ແລະ VOV ໄດ້ເຂົ້າຮ່ວມດ້ວຍເງື່ອນໄຂທີ່ມີຢູ່ແລ້ວ. ພ້ອມກັນນັ້ນ, ກໍ່ມີບັນດາການເຄື່ອນໄຫວຢ່າງແທດຈິງ ຜ່ານການຈັດພິທີປຸກລະດົມຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກນ້ຳແກ່ງຖ້ວມ ດ້ວຍຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ໃນຈຸດເວລາພໍ່ແມ່ປະຊາຊົນປະສົບເຄາະຮ້າຍ, ປະສົບກັບຄວາມຫຍຸ້ງຍາກ, ໄພທຳມະຊາດ”.

TAG
VOV/VOVworld/​ຮັບ​ມື/ໄພ​ທຳ​ມະ​ຊາດ​/ຄົບ​ຖ້ວນ/ທັນ​ການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ