logo

Viettel ເປີດຕົວເຄື່ອງໝາຍການຄ້າ Unilogistics ຢູ່ ວຽງຈັນ

2025/10/16 | 07:38:19
(VOVWORLD) - ໃນວັນທີ 15 ຕຸລາ ຢູ່ ນະຄອນຫຼວງວຽງຈັນ ກຸ່ມອຸດສາຫະກຳ-ໂທລະຄົມມະນາຄົມ ກອງທັບ (Viettel) ປະກາດເປີດຕົວເຄື່ອງໝາຍການຄ້າ Unilogistics ຢູ່ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂີດໝາຍການເປີດກວ້າງການເຄື່ອນໄຫວຂອງ Viettel ໃນຂົງເຂດ logistics ແລະ ພື້ນຖານໂຄງລ່າງຂົນສົ່ງສາກົນ
ພິທີປະກາດເປີດຕົວເຄື່ອງໝາຍການຄ້າ Unilogistics (ພາບ: VOV)

ບັນດາກິດຈະກໍາຫຼັກ ຂອງ Unilogistics ລວມມີ logistics, ສາງເກັບມ້ຽມ, ຂົນສົ່ງຂ້າມຊາຍແດນກັບສາກົນ ແລະ ການຄ້າເອເລັກໂຕນິກ ຂ້າມ ປະເທດ, ຕອບສະໜອງຄວາມຕ້ອງການຂົນສົ່ງທີ່ນັບມືນັບເພີ່ມຂື້້ນລະຫວ່າງ ຫວຽດນາມ, ລາວ ແລະ ບັນດາປະເທດໃກ້ຄຽງ, ໃນໄລຍະທຳອິດ Unilogistics ໄດ້ລົງທຶນລະບົບ ພຶ້ນຖານໂຄງລ່າງໃນທົວປະເທດຢ່າງຄົບຊຸດ, ລວມມີ 3 ສູນ logistics ຂະໜາດໃຫຍ່ ຢູ່ ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງສະຫວັນນະເຂດ. ໄລຍະປີ 2025-2033 Unilogistics ຕັ້ງເປົ້າໝາຍບັນລຸລະດັບເຕີບໂຕ ສະເລ່ຍ 32% / ປີ, ປະກອບສ່ອນຫຼຸດຜ່ອນຄ່າ logistics ຂອງ ລາວ ລົງເຫຼືອ 15% GDP, ຍົກສູງຄວາມສາມາດແກ່ງແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ໂຄງການນີ້ຄາດວ່າຈະສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກວ່າ 30.000 ຄົນ, ເປີດກວ້າງພື້ນຖານໂຄງລ່າງໄປເຖິງເຂດຫ່າງໄກສອກຫຼີກ.

TAG
VOV/VOVworld/Unilogistics/Viettel/ຫ​ວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ