logo

WHO ຟື້ນ​ຟູ​ບັນ​ດາ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ໂດຍ​ພື້ນ​ຖານ ແລະ ການ​​ສັກ​ວັກ​ຊິນ​ໃຫ້​​ເດັກ​ນ້ອຍ​ຢູ່​ເຂດ ກ​າ​ຊາ

2025/11/7 | 07:45:34
(VOVWORLD) - ໂຄງການໂດຍ WHO ນຳໜ້າ, ສົມທົບກັບ UNICEF, UNRWA ແລະ ກະຊວງສາທາລະນະສຸກ ກາຊາ ຈະປະຕິບັດການສັກວັກຊິນໃຫ້ເດັກນ້ອຍ, ລວມມີວັກຊິນຫຼາຍຊະນິດ.

ໃນອາທິດຈະມາເຖິງ, ອົງການອະນາໄມໂລກ (WHO) ຈະຜັນຂະຫຍາຍໂຄງການການແພດຄັ້ງໃຫຍ່ ຢູ່ເຂດ ກາຊາ ເພື່ອແນໃສ່ຟື້ນຟູບັນດາການບໍລິການສາທາລະນະສຸກພື້ນຖານ ແລະ ສັກວັກຊິນໃຫ້ເດັກນ້ອຍ, ກຸ່ມເປົ້າໝາຍຖືກຂາດວັກຂາດຕອນໃນການເບິ່ງແຍງດູແລສຸຂະພາບໃນຕະຫຼອດໄລຍະ 2 ປີຜ່ານມາ ຍ້ອນການປະທະກັນ. ໂຄງການໂດຍ WHO ນຳໜ້າ, ສົມທົບກັບ UNICEF, UNRWA ແລະ ກະຊວງສາທາລະນະສຸກ ກາຊາ ຈະປະຕິບັດການສັກວັກຊິນໃຫ້ເດັກນ້ອຍ, ລວມມີວັກຊິນຫຼາຍຊະນິດ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຮຽກຮ້ອງໃຫ້ຮັກສາຄຳສັ່ງຢຸດຍິງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການເຄື່ອນໄຫວມະນຸດສະທຳ. ໂຄງການກໍ່ລວມມີການສ້ອມແປງຮາກຖານສາທາລະນະສຸກ 20 ແຫ່ງທີ່ຖືກເປ່ເພ, ຟື້ນຟູການບໍລິການສາທາລະນະສຸກ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່.

TAG
VOV/VOVworld/WHO/ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ