logo

Xanh SM - ລົດແທັກຊີໄຟຟ້າ ຫວຽດນາມ ພິຊິດຕະຫຼາດ ອິນໂດເນເຊຍ

2025/1/26 | 09:00:00
(VOVWORLD) - Xanh SM ກໍ່ມີຄຳໝັ້ນສັນຍາ “5 ຂຽວດີ”, ລວມມີ: ການປະພຶດດີ, ຜູ້ຂັບລົດດີ, ພາຫະນະດີ, ລາຄາດີ ແລະ ດີຕໍ່ສິ່ງແວດລ້ອມ.
(ນີ້ແມ່ນປະເທດທີ 3 ທີ່ Xanh SM ຜັນຂະຫຍາຍການບໍລິການ)

        ວັນທີ 18 ທັນວາ 2024, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ບໍລິສັດຫຸ້ນສ່ວນເຄື່ອນຍ້າຍສີຂຽວ ແລະ ອັດສະລິຍະ GSM (ບໍລິສັດຫຸ້ນສ່ວນ Green and Smart Mobility – GSM) ໄດ້ເປີດຕົວການບໍລິການແທັກຊີໄຟຟ້າ Xanh SM (ແຊັງເອັດສ໌ເອັມ) ຢູ່ ອິນໂດເນເຊຍ. ດ້ວຍເລື່ອງນຳມາດຕະການແກ້ໄຂໃນການໄປມາແບບອັດສະລິຍະ ແລະ ເປັນມິດກັບສິ່ງແວດລ້ອມ, Xanh SM ໄດ້ຢືນຢັນຄວາມຕັດສິນໃຈພິຊິດໜຶ່ງໃນບັນດາຕະຫຼາດລົດແທັກຊີທີ່ມີຄວາມສາມາບົ່ມຊ້ອນແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຊຸກຍູ້ວິວັດການຫັນເປັນສີຂຽວໃນທົ່ວໂລກ.

        ພິທີເປີດຕົວການບໍລິການລົດແທັກຊີໄຟຟ້າ Xanh SM ໄດ້ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ແທນບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ບັນດາສະຖານທູດ ພ້ອມກັບເກືອບ 100 ຄູ່ຮ່ວມມືຍຸດທະສາດຂອງ Xanh SM ຢູ່ ອິນໂດເນເຊຍ. ນີ້ແມ່ນປະເທດທີ 3 ທີ່ Xanh SM ຜັນຂະຫຍາຍການບໍລິການ, ພາຍຫຼັງ ຫວຽດນາມ ແລະ ລາວ. ພາຍຫຼັງເຫດການ, Xanh SM ຈະເຄື່ອນໄຫວຢ່າງເປັນທາງການຢູ່ ອິນໂດເນເຊຍ, ກາຍເປັນບໍລິສັດລົດແທັກຊີໄຟຟ້າທຳອິດຢູ່ຕະຫຼາດທີ່ມີປະຊາກອນຫຼາຍທີ່ສຸດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້. ເປີດຕົວໃນໂອກາດນີ້, Xanh SM ຈະຕອບສະໜອງຄວາມຕ້ອງການໃນການໄປມາທີ່ພວມເພີ່ມຂຶ້ນໃນໂອກາດປີໃໝ່ 2025 ຢ່າງທັນການ.

(ທ່ານ ຫງວຽນວັນແທັງ, ຜູ້ອຳນວຍການໃຫຍ່ GSM ທົ່ວໂລກ)

        ກໍ່ຄ້າຍຄືບັນດາປະເທດທີ່ພວມເຄື່ອນໄຫວ, ຢູ່ຕະຫຼາດ ອິນໂດເນເຊຍ, Xanh SM ກໍ່ມີຄຳໝັ້ນສັນຍາ “5 ຂຽວດີ”, ລວມມີ: ການປະພຶດດີ, ຜູ້ຂັບລົດດີ, ພາຫະນະດີ, ລາຄາດີ ແລະ ດີຕໍ່ສິ່ງແວດລ້ອມ. ລະອຽດແມ່ນ, 100% ພາຫະນະແມ່ນລົດໂອໂຕໄຟຟ້າ VinFast Limogreen, ດ້ວຍຈຸດດີແມ່ນບໍ່ປ່ອຍອາຍພິດ, ບໍ່ມີສຽງຂອງຈັກ, ບໍ່ມີກິ່ນຂອງນ້ຳມັນ, ຮັບປະກັນຄຸນນະພາບການບໍລິການໃນການໄປມາດ້ວຍຄວາມປອດໄພ, ສະດວກ ແລະ ເປັນມິດກັບສິ່ງແວດລ້ອມ. ນີ້ແມ່ນທ່າແຮງຂອງບໍລິສັດລົດແທັກຊີໄຟຟ້າ ເມື່ອເຂົ້າຮ່ວມຕະຫຼາດລົດແທັກຊີເຕັກໂນໂລຊີທີ່ຟົດຟື້ນຄື ອິນໂດເນເຊຍ. ທ່ານ ຫງວຽນວັນແທັງ, ຜູ້ອຳນວຍການໃຫຍ່ GSM ທົ່ວໂລກ, ໃຫ້ຮູ້ວ່າ:

        “ອິນໂດເນເຊຍ ແມ່ໜຶ່ງໃນບັນດາຕະຫຼາດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ສະເພາະລົດແທັກຊີນຳໃຊ້ເຕັກໂນໂລຊີ - ນີ້ກໍ່ແມ່ນໜຶ່ງໃນບັນດາຕະຫຼາດໃຫຍ່ທີ່ສຸດ. ດ້ວຍຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ແລະ ການສົ່ງເສີມ, ໜູນຊ່ວຍກ່ຽວກັບພະລັງງານສີຂຽຂອງລັດຖະບານ ອິນໂດເນເຊຍ ນັ້ນ, ຂ້າພະເຈົ້າຖືວ່າ, ນີ້ແມ່ນໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ Xanh SM. ລັດຖະບານ ອິນໂດເນເຊຍ ໄດ້ວາງເປົ້າໝາຍ Net Zero ໃນປີ 2060 ແລະ ຫວ່າງມໍ່ໆມານີ້, ເຂົາເຈົ້າໄດ້ຍູ້ໄວວິວັດການໃນປີ 2050 ນີ້. Xanh SM ນຳໃຊ້ລົດໄຟຟ້າທັງໝົດ ບໍ່ປ່ອຍອາຍພິດ, ບໍ່ມີກິ່ນ, ບໍ່ມີຄວັນ, ບໍ່ມີສຽງວົນແຊວ. ສິ່ງນີ້ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ແລະ ພວກຂ້າພະເຈົ້າໄດ້ແລກກັບການປູກຕົ້ໄມ້ທຽບເທົ່າກັບນັບລ້ານົ້ນທີ່ໄດ້ປູກຢູ່ ຈາກາກຕາ”.

        ທ່ານປະລິນຍາເອກ Riyatno, ຮອງລັດຖະມົນຕີຮັບຜິດຊອບການພັດທະນາສິ່ງແວດລ້ອມ, ສັງກັດກະຊວງລົງທຶນ ແລະ ເຂດລຸ່ມແມ່ນ້ຳ ອິນໂດເນເຊຍ, ເຊື່ອໝັ້ນວ່າ ການປະກົດຕົວຂອງ Xanh SM ຢູ່ ອິນໂດເນເຊຍ ບໍ່ພຽງແຕ່ໄດ້ສົ່ງເສີມບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າພື້ນຖານເສດຖະກິດສີຂຽວເທົ່ານັ້ນ, ຫາກຍັງສ້າງໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການປ່ຽນແປງໃໝ່ຢ່າງປະດິດຄິດສ້າງ, ສ້າງວຽກເຮັດງານທຳ ແລະ ຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ປະຊາຊົນ ອິນໂດເນເຊຍ ອີກດ້ວຍ.

(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ)

        ເມື່ອແບ່ງປັນກັບທັດສະນະຂອງທ່ານປະລິນຍາເອກ Riyatno, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ, ໄດ້ຕີລາຄາສູງຄວາມໝາຍ, ຄວາມສຳຄັນຂອງເຫດການເປີດຕົວ Xanh SM, ພ້ອມກັນນັ້ນ, ກໍ່ຢືນຢັນການປະກອບສ່ວນຂອງບັນດາວິສາຫະກິດ ຫວຽດນາມ ເຂົ້າໃນການພັດທະນາຢ່າງວັດທະນາຖາວອນຂອງ ອິນໂດເນເຊຍ.

        ເລື່ອງຜັນຂະຫຍາຍການບໍລິການ  Xanh SM ຢູ່ ອິນໂດເນເຊຍ ແມ່ນບາດກ້າວສຳຄັນໃນການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູ 2 ປະເທດ, ເພື່ອສ້າງ ແລະ ເພີ່ມທະວີການຮ່ວມມືໃນລະບົບນິເວດລົດໄຟຟ້າໃນພາກພື້ນ. ສິ່ງດັ່ງກ່າວກໍ່ຈະສ້າງວຽກເຮັດງານທຳເປັນຈຳນວນຫຼາຍ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນຢູ່ທີ່ນີ້, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນເປົ້າໝາຍເຕີບໂຕ 8% ຂອງລັດຖະບານຊຸດໃໝ່”.

        ໃນຕໍ່ໜ້າ, Xanh SM ໄດ້ວາງເປົ້າໝາຍນຳໃຊ້ລົດໂອໂຕໄຟຟ້າ VinFast VF e34 ປະມານ 1.000 ຄັນຢູ່ ອິນໂດເນເຊຍ, ພ້ອມກັນນັ້ນ, ກໍ່ສະໜອງຫຼາຍລາຍການ ໂປຼໂມຊັ່ນທີ່ແຕກຕ່າງກັນ, ນຳມາເຊິ່ງໂອກາດສຳຜັດຕົວຈິງ ແລະ ພິຊິດຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ອິນໂດເນເຊຍ ເທື່ອລະກ້າວ. ເລື່ອງເປີດກວ້າງຕະຫຼາດໄປຍັງ ອິນໂດເນເຊຍ ແມ່ນນອນໃນການເດີນທາງອອກສູ່ໂລກຂອງເຄື່ອງໝາຍການຄ້າ ຫວຽດ Xanh SM, ດ້ວຍຄວາມຫວັງກາຍເປັນສັນຍາລັກໃຫ້ແກ່ການປ່ຽນແປງໃໝ່ ແລະ ຍືນຍົງໃນຂະແໜງຂົນສົ່ງທົ່ວໂລກ.

TAG
VOV/VOVworld/ລົດແທັກຊີ/ບໍລິການ/ປອດໄພ/ສະດວກ/ເປັນມິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ