VOV WorldVOV World
ແມ່​ຍິງ ດັກ​ລັກ ເສີມ​ຂະ​ຫ​ຍາຍ​ອາ​ຊີບຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ
05/03/2021 10:29
(VOVWORLD) -ຊຸມມື້ພາຍຫລັງບຸນເຕັດ, ພວກເອື້ອຍນ້ອງສະມາຊິກສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ(ເຕີງບົງ) ຢູ່ ນະຄອນ ບວນມາທວດ ແຂວງ ດັກລັກ ກ້າວເຂົ້າສູ່ການຜະລິດຂອງປີໃຫມ່. ດ້ວຍຄວາມຮັກຄວາມເມົາມົວກັບອາຊີບ ແລະ ຢາກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ, ພວກເອື້ອຍໄດ້ສຸດຈິດສຸດໃຈຕ່ຳແຜ່ນແພໃຫມ່ຢ່າງໜັກ ເພື່ອສະຫນອງໃຫ້ບັນດາໃບສັ່ງຊື້ສິນຄ້າໃນປີໃຫມ່.
ແມ່​ຍິງ ດັກ​ລັກ ເສີມ​ຂະ​ຫ​ຍາຍ​ອາ​ຊີບຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ
ພາຍຫລັງຊຸມມື້ພັກຕ້ອນຮັບບຸນເຕັດ, ເອື້ອຍ ເຮີຢຳ ເບີກະຣົງ ຢູ່ ບ້ານ ກືເອບົງ ຕາແສງ ເອອາ ກາວ ນະຄອນ ບວນມາທວດ ແຂວງ ດັກລັກ ກໍກັບຄືນສູ່ວຽກງານຕ່ຳແຜ່ນແພພື້ນເມືອງ ຢູ່ ສະຫະກອນຕ່ຳແຜ່ນແພພື້ນເມືອງ ເຕີບົງ. ນີ້ແມ່ນວຽກງານສ້າງລາຍຮັບທີ່ເປັນປົກກະຕິໃຫ້ເອື້ອຍໃນຕະຫລອດ 15 ປີຜ່ານມາ.
TAG
VOV/VOVworld/ຕຳ​ແຜ່ນ​ແພ​ພື້ນ​ເມືອງ/ເອ​ເດ/ບວນ​ມາ​ທວດ