ການພົບປະ ອາເມລິກາ - ອີຣານ “ຍັງບໍ່ທັນໄດ້ຈັດຂຶ້ນ”
26/04/2026 10:16
[VOVWORLD] - ຂໍ້ຕົກລົງນີ້ໄດ້ຍົກອອກມາໃນເວລາພຽງ 2 – 3 ຊົ່ວໂມງກ່ອນທີ່ຄະນະຜູ້ແທນ ອາເມລິກາ ຈະອອກເດີນທາງ

ວັນທີ 25 ເມສາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ແຈ້ງກະທັນຫັນຕໍ່ເລື່ອງ ຄະນະຜູ້ແທນ ອາເມລິກາ ຍົກເລີກການໄປປະຕິບັດງານດ້ານການທູດຢູ່ ນະຄອນຫຼວງ Islamabad, ປາກິດສະຖານ. ກ່ອນໜ້ານັ້ນ, ຕາມການຄາດຄະເນ, ອາເມລິກາ ຈະຈັດສົ່ງທູດພິເສດໄປ ປາກິດສະຖານ ເພື່ອເຂົ້າຮ່ວມບັນດາການເຈລະຈາກັບ ອີຣານ ກ່ຽວກັບການຢຸດຍິງ. ຂໍ້ຕົກລົງນີ້ໄດ້ຍົກອອກມາໃນເວລາພຽງ 2 – 3 ຊົ່ວໂມງກ່ອນທີ່ຄະນະຜູ້ແທນ ອາເມລິກາ ຈະອອກເດີນທາງ, ພາຍຫຼັງທີ່ ທ່ານປະທານາທິບໍດີ Donald Trump ສະແດງຄວາມບໍ່ເພິ່ງພໍໃຈຕໍ່ກັບຄວາມຊັກຊ້າຂອງ ເຕເຮຣານ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ອາເມລິກາ ພວມກຳແໜ້ນທຸກທ່າແຮງໃນວິວັດການນີ້, ພ້ອມກັນນັ້ນ ກໍ່ຖະແຫຼງວ່າ ຝ່າຍ ອີຣານ ອາດຈະເປັນເຈົ້າການຕິດຕໍ່ປະສານຖ້າຢາກບັນລຸໄດ້ຂໍ້ຕົກລົງ, ແທນທີ່ແກ່ຍາວການເຈລະຈາທີ່ບໍ່ນຳມາເຊິ່ງໝາກຜົນແທ້ຈິງ.
TAG
VOV/VOVWORLD/ຕິດຕໍ່/ປະສານ/ຂໍ້ຕົກລົງ
Related





