VOV WorldVOV World
ນາຍົກລັດຖະມົນຕີ ອິດສະຣາແອັນ ອອກຄຳສັ່ງບຸກໂຈມຕີ Hezbollah ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ
26/04/2026 10:19
[VOVWORLD] - ຊ່ອງໂທລະພາບແຫ່ງຊາດ Kan TV News ໄດ້ຄັດສະເໜີບັນດາຄຳເວົ້າຂອງເຈົ້າໜ້າທີ່ຄວາມໝັ້ນຄົງ ອິດສະຣາແອັນ ກ່າວເຕືອນຄວາມສ່ຽງທີ່ຂໍ້ຕົກລົງຢຸດຍິງກັບ Hezbollah ອາດຈະຖືກລົ້ມລະລາຍ.
ນາຍົກລັດຖະມົນຕີ ອິດສະຣາແອັນ ອອກຄຳສັ່ງບຸກໂຈມຕີ Hezbollah ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ
ວັນ​ທີ 25 ເມ​ສາ, ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບດຳ​ເນີນ​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຢ່າງ​ແຮງເຂົ້າໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ Hezbollah ໃນ​ຜືນ​ແຜ່ນ​ດິນ ລີ​ບັງ. ກຳ​ລັງ​ປ້ອງ​ກັນ​ຕົວ ອິດ​ສະ​ຣາ​ແອັນ (IDF) ຢັ້ງ​ຢືນ​ວ່າ ແຕ່​ຕອນ​ເຊົ້າ​ວັນ​ທີ 25 ເມ​ສາ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ຫຼາຍ​ພື້ນ​ຖານ​ໂຄງ​ລ່າງທີ່​ໄດ້​ຮັບ​ຖື​ວ່າ Hezbollah ນຳ​ໃຊ້​ເພື່ອ​ຮັບ​ໃຊ້​ຈຸດ​ປະ​ສົ​ງ​ດ້ານ​ການ​ທະ​ຫານ​ຢູ່​ທົ່ວ​ພາກ​ໃຕ້ ລີ​ບັງ, ພ້ອມ​ກັນ​ນັ້ນ ກໍ່ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອຮັບ​ມື​ກັບ​ໄພ​ນາບ​ຂູ່​ຕາມ​ການ​ຊີ້​ນຳ​ຈາກ​ຂັ້ນ​ການ​ນຳ​​ການ​ເມືອງ. ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ Kan TV News ໄດ້​ຄັດ​ສະ​ເໜີ​ບັນ​ດາ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຄວາມ​ໝັ້ນ​ຄົງ ອິດ​ສະ​ຣາ​ແອັນ ກ່າວ​ເຕືອນ​ຄວາມ​ສ່ຽງ​ທີ່ຂໍ້​ຕົກ​ລົງ​ຢຸດ​ຍິງ​ກັບ Hezbollah ອາດ​ຈະ​ຖືກ​ລົ້ມ​ລະ​ລາຍ.
TAG
VOV/VOVWORLD/​ຮັບ​ໃຊ້​/ຈຸດ​ປະ​ສົ​ງ​/​ທະ​ຫານ