VOV WorldVOV World
IMO ຂຶ້ນແຜນເຄື່ອນຍ້າຍກຳປັ່ນ 2.000 ລຳອອກຈາກເຂດອ່າວ
26/04/2026 10:15
[VOVWORLD] - ອົງການການເດີນທະເລສາກົນ (IMO) ໄດ້ສ້າງແຜນການເຄື່ອນຍ້າຍບັນດາກຳປັ່ນການຄ້າ ແລະ ລູກເຮືອທີ່ພວມຕິດຄ້າງຢູ່ເຂດອ່າວ Persian ຍ້ອນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ. ມາຮອດປະຈຸບັນ, ມີ 40 ປະເທດໃນຈຳນວນ 176 ປະເທດສະມາຊິກຂອງອົງການນີ້ເຫັນດີຕໍ່ແຜນການ.
IMO ຂຶ້ນແຜນເຄື່ອນຍ້າຍກຳປັ່ນ 2.000 ລຳອອກຈາກເຂດອ່າວ
ທ່ານນາງ Natasha Brown ໂຄ​ສົກ​ຂອງ IMO ໃຫ້​ຮູ້​ວ່າ ອົງ​ການນີ້​ຈະ​ສ້າງ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ກຳ​ປັ່ນທີ່​ຕ້ອງ​ການເຄື່ອນ​ຍ້າຍອອກ, ພ້ອມ​ກັນ​ນັ້ນ​ກໍ່​ຈະ​ສົມ​ທົບ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ. ຕາມ IMO ແລ້ວ, ແຜນ​ການ​ກ່ຽວ​ຂ້ອງ​ເຖິງ​ກຳ​ປັ່ນ​ປະ​ມານ 2.000 ລຳ ແລະ ລູກ​ເຮືອ 20.000 ຄົນ​ທີ່ຍັງ​ບໍ່​ທັນ​ສາມາດ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ນັບ​ແຕ່​ເມື່ອ​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ແລະ ອີ​ຣານ ນັບ​ແຕ່​ທ້າຍ​ເດືອນ ກຸມ​ພາ ຜ່ານ​ມາ. ບັນ​ດາ​ນັກ​ຊ່ຽວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ກົນ​ໄກ​ເຄື່ອນຍ້າຍ​ຈະ​ບັ​ນ​ລຸ​ປະ​ສິດ​ທິ​ຜົນ​ໄດ້ຖ້າ​ມີ​ສັນ​ຍານ​ຄວາມເຄັ່ງຕຶງໃນ​ຕົວ​ຈິງ​ຫຼຸດ​ລົງ ແລະ ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ໃນ​ການ​ເດີນ​ທະ​ເລ.
TAG
VOV/VOVWORLD/​ຊ່ອງ​ແຄບ​/ທະ​ເລ/Hormuz